ສື່ມວນ​ຊົນ​ສາ​ກົນ ​ເຕື້ອງ​ເຖິງ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ

(VOVWORLD) -Echourouk ແມ່ນຊ່ອງໂທລະພາບ ພາກພາສາ ອາຣັບ ແຖວໜ້າ ຂອງ ອານເຊຣີ ໄດ້ສາຍຟິມຮູບເງົາເອກະສານ ມີຫົວຂໍ້ວ່າ “ຫວຽດນາມ - ອັນຍະມະນີຂອງ ອາຊີ” ກົງກັບວັນຊາດຫວຽດນາມ ທີ 2 ກັນຍາ. ນີ້ແມ່ນຟິມຮູບເງົາ ໂດຍກຸ່ມນັກຂ່າວ ອານເຊຣີ ຖ່າຍທຳ. 
ສື່ມວນ​ຊົນ​ສາ​ກົນ ​ເຕື້ອງ​ເຖິງ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ - ảnh 1(ພາບປະກອບ: TTXVN) 

        ຟິມຮູບເງົາດັ່ງກ່າວໄດ້ຮັບການຕີລາຄາສູງຈາກຫາງສຽງຂອງປະເທດປະຈຳຖິ່ນ ກໍຄື ຄະນະທຸຕານຸທູດ. ຊ່ອງໂທລະພາບ    Echourouk ກໍໄດ້ມີແຜນອອກອາກາດ ສາລະຄະດີ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອານເຊຣີ ໃນໂອກາດສະເຫຼີມສະຫຼອງ 58 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

        ຢູ່ ອາຟະລິກາໃຕ້, ວັນທີ 1 ກັນຍາ, ສື່ເອເລັກໂຕນິກ thediplomaticsociety ໄດ້ລົງບົດຂຽນກ່ຽວກັບ ຫວຽດນາມ ຂອງນັກຂ່າວ K.Bhana. ບົດຂຽນ ໄດ້ຍ້ອງຍໍຊົມເຊີຍການນຳພາປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ຂອງ ປະທານ ໂຮ່ຈີມິນ, ນຳພາຫວຽດນາມ ຍາດໄດ້ໄຊຊະນະໃນສົງຄາມຕ້ານ ຟາດຊິດ, ລ່າເມືອງຂຶ້ນ, ຈັກກະພັດ ເພື່ອທ້ອນໂຮມປະເທດຊາດເປັນເອກະພາບ. ປັດຈຸບັນ, ຫວຽດນາມ ໄດ້ພັດທະນາຈາກໜຶ່ງໃນບັນດາປະເທດທຸກຍາກທີ່ສຸດໃນໂລກ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ ແລະ ມີຄວາມຂະຫຍັນຂັນເຄື່ອນທີ່ສຸດໃນໂລກ.

        ໃນວັນດຽວກັນ, ໜັງສືພິມ Forbes  ສະບັບພາສາ ອິດສະຣາແອັນ ໄດ້ລົງພິມບົດຂຽນ ຫວນຄືນບັນດາຈຸດພົ້ນເດັ່ນທາງດ້ານເສດຖະກິດຂອງຫວຽດນາມ ໃນ 8 ເດືອນຕົ້ນປີ 2020. ຜູ້ຂຽນກໍສະແດງຄວາມປະທັບໃຈຕໍ່ຄວາມມານະພະຍາຍາມດຶງດູດເງິນລົງທຶນຈາກຕ່າງປະເທດ ຂອງ ຫວຽດນາມ ແລະ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຈຸດເດັ່ນໃນການດຶງດູດບັນດາບໍລິສັດຜະລິດຂະໜາດໃຫຍ່.

        ນອກຈາກນັ້ນ, ສື່ມວນຊົນຂອງ ອີຣານ ແລະ ເຢຍລະມັນ ກໍໄດ້ລົງພິມບົດຂຽນຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສະຖາປະນາປະເທດ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ