ສື່​ມວນ​ຊົນ​ສາກົນ: ​ເປີດ​ເຜີຍ​ຂໍ້​ມູນຂ່າວສານ ​ແລະ ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສໍາ​ເລັດ​ຂອງ​ການ​ປ້ອງ​ກັນ ​ໂລກລະບາດ​ໂຄ​ວິດ - 19 ຂອງຫວຽດນາມ

(VOVWORLD) -        ໃນເວັບໄຊພາສາ ເຢຍລະມັນ Watson.ch ຂອງປະເທດ ສະວິດ ຫາກໍລົງບົດຂຽນເນັ້ນໜັກເຖິງການເປີດເຜີຍຂໍ້ມູນຂ່າວສານ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ.
ສື່​ມວນ​ຊົນ​ສາກົນ: ​ເປີດ​ເຜີຍ​ຂໍ້​ມູນຂ່າວສານ ​ແລະ ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສໍາ​ເລັດ​ຂອງ​ການ​ປ້ອງ​ກັນ ​ໂລກລະບາດ​ໂຄ​ວິດ - 19 ຂອງຫວຽດນາມ - ảnh 1ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ.(ພາບ: VnExpress)

ບົດຂຽນດັ່ງກ່າວ ໄດ້ຍົກໃຫ້ເຫັນ 4 ເຫດຜົນທີ່ສ້າງຜົນສໍາເລັດຂອງຫວຽດນາມ. ທີໜຶ່ງແມ່ນ, ລັດຖະບານຫວຽດນາມ ໄດ້ຍົກອອກບັນດາມາດຕະການຄວບຄຸມຢ່າງວ່ອງໄວ; ທີສອງແມ່ນ, ຫວຽດນາມ ແມ່ນໜຶ່ງໃນຈໍານວນໜ້ອຍປະເທດທີ່ປະຕິບັດການສືບສວນປະຫວັດການສໍາຜັດຂອງຜູ້ຕິດເຊື້ອ ແລະ ການວິໄຈຫາເຊື້ອມີລະດັບຊັດເຈນສູງ. ທີສາມແມ່ນ ຫວຽດນາມ ຕອບສະໜອງຂໍ້ມູນໄດ້ຢ່າງຈະແຈ້ງ, ເປີດເຜີຍ. ທີສີ່ແມ່ນຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ.

        ໃນຂະນະນັ້ນ, ກ່າວຄໍາເຫັນທີ່ພິທີມອບຜ້າອັດປາກຂອງລັດຖະບານຫວຽດນາມ ໃຫ້ ສະມາຄົມຊາວຫວຽດນາມ ອາໄສ ຢູ່ ສະວິດ ແລະ ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ຢູ່ນະຄອນ Zurich ໃນວັນທີ 16 ມິຖຸນາ, ທ່ານນາງ Anjuska Weil ປະທານ ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການຮັກສາສຸຂະພາບ, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ບໍ່ພຽງແຕ່ສໍາລັບປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງນັບທັງຊາວຕ່າງປະເທດທີ່ພວມພັກອາໄສ, ເຮັດວຽກ ຫຼື ໄປທ່ອງທ່ຽວ ຢູ່ຫວຽດນາມ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ