ສື່ມວນຊົນສາກົນ: ເສດຖະກິດ ຫວຽດນາມ ດູດດື່ມນັກລົງທຶນຕ່າງປະເທດພາຍຫລັງໂຄວິດ-19

(VOVWORLD) -  ສື່ເອເລັກໂຕນິກ Times of India ຂອງປະເທດ ອິນເດຍ ຫາກໍ່ມີບົດຂຽນ ໃນນັ້ນໄດ້ຕີລາຄາ ຫວຽດນາມ ຄືດາວພວມປະກາຍ, ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນ ເພື່ອຍົກສູງພາບພົດທາງດ້ານເສດຖະກິດ, ເຮັດໃຫ້ບັນດານັກລົງທຶນຕ່າງປະເທດມີຄວາມໄວ້ເນື້ອເຊື່ອໃຈ.
ສື່ມວນຊົນສາກົນ: ເສດຖະກິດ ຫວຽດນາມ ດູດດື່ມນັກລົງທຶນຕ່າງປະເທດພາຍຫລັງໂຄວິດ-19 - ảnh 1 (ພາບ: TTXVN)

        ຕາມບົດຂຽນແລ້ວ, ຫວຽດນາມ ພວມດຶງດູດຄວາມສົນໃຈຢ່າງໃຫຍ່ຫລວງຈາກສາກົນ, ເມື່ອຄວບຄຸມໄດ້ໂຄວິດ-19. ໃນຂົງເຂດທາງດ້ານເສດຖະກິດ, ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນສະຖານທີ່ເລືອກເຟັ້ນຂອງບັນດາບໍລິສັດນາໆຊາດ. ຕາມບົດຂຽນແລ້ວ, ເລື່ອງຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນຄວາມສາມາດໃນການຈັດຕັ້ງ ແລະ ມີລັດຖະບານທີ່ສະໜິດຕິດພັນກັບວິສາຫະກິດ, ແນ່ນອນວ່າ ຫວຽດນາມ ພວມສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດານັກລົງທຶນຕ່າງປະເທດ ແລະ ບັນດາບໍລິສັດນາໆຊາດ.

        ໃນຂະນະນັ້ນ, ສຳນັກຂ່າວສານ Sputnik (ລັດເຊຍ) ໄດ້ລວບລວມບັນດາບົດຂຽນທີ່ໃຫ້ຂໍ້ສັງເກດກ່ຽວກັບສະພາບການເສດຖະກິດ ແລະ ຕີລາຄາເຄັດລັບຜົນສຳເລັດຂອງ ຫວຽດນາມ ຜ່ານສື່ມວນຊົນຂອງບັນດາປະເທດ. ໜັງສືພິມ Axios (ອາເມລິກາ) ໄດ້ຕີລາຄາເສດຖະກິດ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກທີ່ເປີດປະຕູພາຍຫລັງໂລກລະບາດ ແລະ ຮັບເອົາແຫຼ່ງເງິນລົງທຶນຈາກຕ່າງປະເທດ. ສ່ວນບົດຂຽນຂອງ CNA (ມີສຳນັກງານຕັ້ງຢູ່ ສິງກະໂປ) ຖືວ່າ: ໂລກລະບາດໂຄວິດ-19 ແມ່ນການທົດສອບໃຫ້ລະບົບທັງໝົດຢູ່ ຫວຽດນາມ ແລະ ປະເທດນີ້ໄດ້ຜ່ານຜ່າດ້ວຍໝາກຜົນທີ່ດີເລີດ.

ຕອບກັບ

ຂ່າວ/ບົດ​ອື່ນ