ສື່ມວນຊົນສາກົນ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມເອີລົບ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ

ສື່ມວນຊົນສາກົນ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມເອີລົບ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ  - ảnh 1
(ພາບປະກອບ: dw.de)

(vovworld) – ສຳນັກ​ຂ່າວສານ​ສາກົນ​ເຢຍລະ​ມັນ DW ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Gerhard Will, ນັກ​ໄຈ້​ແຍກ​ດ້ານການ​ເມືອງ, ສັງ​ກັດ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນດາ​ບັນຫາ​ສາກົນ ​ແລະ ຄວາມສະຫງົບ​ເຢຍລະ​ມັນ, ທີ່​ມີ​ສຳນັກງານ​ຕັ້ງ​ຢູ່ Berlin, ຢືນຢັນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ​ເຢຍລະ​ມັນ ມີ​ບົດບາດ “ພົ້ນ​ເດັ່ນ” ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ. ສຳນັກ​ຂ່າ​ວສານ​ຂອງ​ເຢຍລະ​ມັນ​ ກໍ່​ຖື​ວ່າ, ການ​ຢ້ຽມຢາມ ​ເຢຍລະ​ມັນ ຄັ້ງ​ນີ້​ຂ​ອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເພື່ອ​ແນ​ໃສ່​ເປີດ​ກວ້າງ​ການ​ພົວພັນ 2 ຝ່າຍ ​ແລະ ຊຸກຍູ້​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ 2 ຝ່າຍ.

        ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ ຊິນ​ຮວາ, ຈີນ ​ໄດ້​ໃຫ້​ຂ່າວ​ວ່າ, ​ວັນ​ທີ 14/10, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ 2 ຝ່າຍ​ໄດ​ຍ​ໄວ. ສຳນັກ​ຂ່າວສານ ຊິນ​ຮວາ ກໍ່​ໃຫ້​ຮູ້​ວ່າ, ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ເນັ້ນ​ໜັກ​ວ່າ ສະຫະພາບ​ເອີ​ລົບ ​ແລະ ຫວຽດນາມ ​ແມ່ນ “ບັນດາ​ຄູ່​ຮ່ວມ​ມື​ຍາວ​ນານ” ຂອງ​ກັນ. ສື​່ເອ​ເລກ​ໂຕ​ນິກ Le Soir, ​ເປັນ​ໜຶ່​ງ​ໃນ​ຈຳນວນໜັງສືພິມ​ລາຍ​ວັນ​ໃຫຍ່​ກວ່າ​ໝູ່​ຂອງ​ແບນ​ຊິກ ​ໄດ້​ມີ​ຫົວ​ຂໍ້​ໃຫຍ່​ທີ່​ວ່າ “ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ​ເປັນ​ແຂກຕ່າງປະ​ເທດ​ຄົນ​ທຳ​ອິດ​ຂອງທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ Charles Michel”. ​ໃນ​ຂະນະ​ນັ້ນ, ໜັງສືພິມ​ລາຍ​ວັນ​ໃຫຍ່​ອື່ນ​ຂອງ​ແບນ​ຊິກ ​​ແມ່ນ La Liber ກໍ່​ມີ​ຫົວ​ຂໍ້​ຄ້າຍຄື​ກັນ​ໂດຍໃຫ້​ຮູ້​ວ່າ, ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຫວຽດນາມ ​ແລະ ​ແບນ​ຊິກ ​ໄດ້​ດຶງ​ດູດ​ຄວາມ​ສົນໃຈຈາກ​ຂອງ​ປະຊາຊົນ​ແບນ​ຊິກ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນອກຈາກ​​​ເລື່ອງ​​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ແບນ​ຊິກ - ຫວຽດນາມ ​ແລ້ວ, ບັນດາ​ບົດ​ຂຽນ​ລ້ວນ​ແຕ່​ສ່ອງ​ແສງ​ເຖິງ​ການ​ພົບ​ປະ​ຄັ້ງ​ຕ່າງໆ ​ແລະ ການ​ເຈລະຈາ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ແລະ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ດ້ວຍຈຸດໝາຍ ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU.

ຂ່າວ/ບົດ​ອື່ນ