ສື່ມວ​ນ​ຊົ​ນ​ສາ​ກົນ​ຍົກ​ສູງ​ຄວາມ​ມຸ່ງ​ຫວັງ​ສ້າງ​​ປະ​ເທດ​ຫວຽດ​ນາມໃຫ້ວັດ​ທະ​ນາ​ຖ​າ​ວອນ, ຮັ່ງ​ມີເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ທັນ​ສະ​ໄໝ ແລະ ຍຸດ​ຕິ​ທຳ

(VOVWORLD) -ໃນຊຸມວັນນີ້, ສື່ມວນຊົນສາກົນ ໄດ້ລົງບົດຂຽນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ຢູ່ ຫວຽດນາມ.
ສື່ມວ​ນ​ຊົ​ນ​ສາ​ກົນ​ຍົກ​ສູງ​ຄວາມ​ມຸ່ງ​ຫວັງ​ສ້າງ​​ປະ​ເທດ​ຫວຽດ​ນາມໃຫ້ວັດ​ທະ​ນາ​ຖ​າ​ວອນ, ຮັ່ງ​ມີເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ທັນ​ສະ​ໄໝ ແລະ ຍຸດ​ຕິ​ທຳ - ảnh 1ບົດຂຽນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ລົງໃນໜັງສືພິມ El Moudjahid
(ພາບ: baoquocte.vn)

ໜັງສືພິມ El Moudjahid (ໜັງສືພິມນັກຮົບເກົ່າ, ໂດຍເປັນໜັງສືພິມທາງການໃຫຍ່ ແລະ ມີຊື່ສຽງທີ່ສຸດຢູ່ ອານເຊຣີ) ໄດ້ລົງ ບົດຂຽນ 2 ບົດ ດ້ວຍຫົວຂໍ້ຄື: “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ: ເພື່ອການພັດທະນາໄລຍະໃໝ່ຂອງປະເທດຊາດ” ແລະ “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ”. ທັງສອງບົດຂຽນລ້ວນແຕ່ຢັ້ງຢືນດ້ວຍຫົວຂໍ້ວ່າ “ຄວາມມຸ່ງຫວັງ, ພັດທະນາ, ປ່ຽນແປງໃໝ່, ຫົວຄິດປະດິດສ້າງ”, ນີ້ແມ່ນ “ເຫດການ ທີ່ມີຄວາມສຳຄັນຍິ່ງດ້ານປະຫວັດສາດ, ສ້າງຂີດໝາຍໃໝ່ໃນການພັດທະນາຂອງ ຫວຽດນາມ, ກໍ່ຄືຂອງພັກກອມມູນິດ ຫວຽດນາມ.

        ໜັງສືພິມສະເພາະກິດດ້ານການທູດ Tribune – Diplomatique ໄດ້ເນັ້ນໜັກວ່າ ບັນດາການເຄື່ອນໄຫວການຕ່າງປະເທດກໍ່ຄືການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມຍັງໄດ້ຮັກສາພາຍໃຕ້ຫຼາຍຮູບການ.

        ສ່ວນ ສື່ເອເລັກໂຕນິກ Halonoviny.cz (ສ.ເຊັກໂກ) ໄດ້ລົງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ: ຈຸດພົ້ນເດັ່ນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ການເຕີບໂຕເສດຖະກິດ”, ເຊິ່ງໄດ້ຍ້ອງຍໍຊົມເຊີຍບັນດາຜົນງານພົ້ນເດັ່ນຂອງຫວຽດນາມໃນຊຸມປີມໍ່ໆມານີ້, ເປັນຕົ້ນແມ່ນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ