ສື່ມວນຊົນສາກົນຕີລາຄາຕັ້ງໜ້າຕໍ່ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden

(VOVWORLD) - ສຳນັກຂ່າວສານ AFP ຂອງ ຝລັ່ງ ໃຫ້ຂ່າວວ່າ:ການຢ້ຽມຢາມນີ້ແມ່ນບາດກ້າວທີ່ເປັນໜ້າສົນໃຈໃນການເພີ່ມທະວີການພົວພັນທາງການທູດລະຫວ່າງສອງປະເທດ.
ສື່ມວນຊົນສາກົນຕີລາຄາຕັ້ງໜ້າຕໍ່ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden

ໜັງສືພິມຫຼາຍສະບັບໃນໂລກ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ໃນນັ້ນໄດ້ເນັ້ນໜັກການຖືເປັນສຳຄັນຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ການພົວພັນກັບ ຫວຽດນາມ, ກໍ່ຄືບົດບາດຂອງ ຫວຽດນາມ ຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ.

        “ອາເມລິກາ ແລະ ຫວຽດນາມ ຍົກລະດັບການພົວພັນໃນຂອບເຂດການຢ້ຽມຢາມຂອງ ທ່ານປະທານາທິບໍດີ Joe Biden” ແມ່ນຫົວຂໍ້ຂອງບົດຂຽນຂອງສຳນັກຂ່າວສານ Reuters (ປະເທດ ອັງກິດ) ພາຍຫຼັງການພົບປະກັນລະຫວ່າງ ທ່ານປະທານາທິບໍດີ Joe Biden ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ສຳນັກຂ່າວສານ AFP ຂອງ ຝລັ່ງ ໃຫ້ຂ່າວວ່າ:ການຢ້ຽມຢາມນີ້ແມ່ນບາດກ້າວທີ່ເປັນໜ້າສົນໃຈໃນການເພີ່ມທະວີການພົວພັນທາງການທູດລະຫວ່າງສອງປະເທດ.

     ສຳນັກຂ່າວສານ CNN ຂອງ ອາເມລິກາ ກໍ່ເນັ້ນໜັກເຖິງຄວາມປາດຖະໜາຂອງ ອາເມລິກາ ກາຍເປັນຄູ່ຮ່ວມມືທີ່ດູດດື່ມ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ, ກໍ່ຄືພາກພື້ນ ແລະ ບັນດາປະເທດພວມພັດທະນາໃນໂລກ.

        ໜັງສືພິມ ນິວຢອກທາມ ກໍ່ໄດ້ຖືການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ຕິດພັນກັບພາລະກຳຮັດແໜ້ນການພົວພັນລະຫວ່າງສອງປະເທດ.ເລື່ອງຍົກລະດັບການພົວພັນຈາກ “ຄູ່ຮ່ວມມືຮອບດ້ານ” ຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ” ແມ່ນບາດກ້າວມີຄວາມໝາຍເປັນສັນຍາລັກອັນສູງສົ່ງ ແລະ ແມ່ນສິ່ງທີ່ ອາເມລິກາ ປາດຖະໜາປະຕິບັດມາແຕ່ດົນນານ.

ຕອບກັບ

ຂ່າວ/ບົດ​ອື່ນ