ສື່ມວນ​ຊົນ​​ສ​າ​​ກົນ​ຕີ​ລາ​ຄາ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2020 ​ຖືກຈັດ​ໃນກຸ່ມ​ດີ​ທີ່​ສຸດ​ໃນ​ໂລກ

(VOVWORLD) -ນີ້ແມ່ນການຕີລາຄາຂອງສື່ມວນຊົນສາກົນພາຍຫຼັງທີ່ລັດຖະບານ ຫວຽດນາມ ຫາກໍ່ໄດ້ປະກາດໃຊ້ບັນດາຂໍ້ມູນຢ່າງເປັນທາງການກ່ຽວກັບສະພາບການເຕີບໂຕເສດຖະກິດໃນປີ 2020 ບັນລຸລະດັບ 2,91%.
ສື່ມວນ​ຊົນ​​ສ​າ​​ກົນ​ຕີ​ລາ​ຄາ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2020 ​ຖືກຈັດ​ໃນກຸ່ມ​ດີ​ທີ່​ສຸດ​ໃນ​ໂລກ - ảnh 1ບໍລິສັດຫຸ້ນສ່ວນຕຳແຜ່ນຝູເທາະ (ພາບ: TTXVN)

ຫວຽດນາມ ຖືກຈັດໃນກຸ່ມບັນດາປະເທດມີລະດັບການເຕີບໂຕດີທີ່ສຸດໃນໂລກໃນສະພາບການໂລກລະບາດໂຄວິດ-19 ກໍ່ໃຫ້ເກີດບັນດາຜົນກະທົບຢ່າງຫຍໍ້ທໍ້ໃນຂອບເຂດທົ່ວໂລກ. ນີ້ແມ່ນການຕີລາຄາຂອງສື່ມວນຊົນສາກົນພາຍຫຼັງທີ່ລັດຖະບານ ຫວຽດນາມ ຫາກໍ່ໄດ້ປະກາດໃຊ້ບັນດາຂໍ້ມູນຢ່າງເປັນທາງການກ່ຽວກັບສະພາບການເຕີບໂຕເສດຖະກິດໃນປີ 2020 ບັນລຸລະດັບ 2,91%. ຕາມສື່ມວນຊົນສາກົນແລ້ວ, ເຖິງວ່າບັນດາຂໍ້ມູນດັ່ງກ່າວແມ່ນລະດັບການເຕີບໂຕຕ່ຳທີ່ສຸດໃນ 3 ທົດສະວັດຜ່ານມາກໍ່ຕາມ, ແຕ່ນີ້ຍັງຄົງໄດ້ຮັບຖືວ່າແມ່ນສຳເລັດຜົນ.

ຊ່ອງໂທລະພາບ BBC ຂອງ ອັງກິດ ຕີລາຄາວ່າ ລະດັບການເຕີບໂຕຂອງເສດຖະກິດ ຫວຽດນາມ ແມ່ນ ສູງກວ່າຖ້າທຽບກັບການຄາດຄະເນຂອງ ທະນາຄານໂລກ (WB) ໃນເດືອນ ຕຸລາ ປີ 2020. ໃນຂະນະນັ້ນ, ໜັງສືພິມລາຍວັນ Business Times ຂອງ ສິງກະໂປ ແລະ ສຳນັກຂ່າວສານ Reuters ຂອງ ອັງກິດ ກໍ່ໃຫ້ຂໍ້ສັງເກດວ່າ  ບັນດາມາດຕະການແຍກຕົວ ແລະ ຊອກຫາຜູ້ຕິດເຊື້ອຢ່າງເຄັ່ງຂັດໄດ້ເຮັດໃຫ້ ຫວຽດນາມ ສາມາດຄວບຄຸມບັນດາການແຜ່ລາມຂອງໂລກລະບາດໂຄວິດ-19, ຍົກການເຄື່ອນໄຫວເສດຖະກິດຟື້ນຟູຄືນໃໝໄວກວ່າເມື່ອທຽບກັບຫຼາຍປະເທດອື່ນໆໃນ ອາຊີ.

ເວັບໄຊ Dailymail.co.uk ຂອງ ອັງກິດ ໃຫ້ຂໍ້ເສັງເກດວ່າ ແຕ່ໃດມາ ຫວຽດນາມ ໄດ້ຢູ່ໃນຈຳນວນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ ພາກພື້ນ ອາຊີ. ເຖິງວ່າ ລະດັບການເຕີບໂຕເສດຖະກິດໃນປີ 2020 ຫຼຸດລົງແຮງເມຶ່ອທຽບກັບປີ 2019, ແຕ່ວ່າ ຫຼາຍການເຄື່ອນໄຫວເສດຖະກິດຂອງ ຫວຽດນາມ ຍັງສະແດງໃຫ້ເຫັນບັນດາສັນຍານດີໃນສະພາບການຊຸດໂຊມທົ່ວໂລກຍ້ອນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ