ສື່ມວນຊົນສາກົນຕີລາຄາສູງການພັດທະນາຂອງຫວຽດນາມ

(VOVWORLD) -“ຫວຽດນາມພວມກາຍເປັນສູນອຸດສາຫະກໍາແຫ່ງໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້”

        ໜັງສືພິມ Le Temps ຂອງຝລັ່ງ ຫາກໍລົງພິມບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ - ໂຮງງານແຫ່ງໃໝ່ຂອງໂລກ” ສໍາລັບບັນດາຄວາມມະຫັດສະຈັນຂອງເສດຖະກິດຫວຽດນາມ. ບົດຂຽນໄດ້ໃຫ້ຂໍ້ສັງເກດບັນດາປັດໄຈຄື ລະດັບເງິນເດືອນຕໍ່າ, ບຸລິມະສິດດ້ານພາສີເພື່ອສົ່ງ         ເສີມບັນດານັກລົງທຶນ ແລະ ບັນດາຂໍ້ຕົກລົງກ່ຽວກັບການຄ້າເສລີ ໄດ້ສ້າງເງື່ອນໄຂສະດວກ ເພື່ອຍູ້ແຮງການສົ່ງອອກສິນຄ້າຂອງຫວຽດນາມໄປຍັງຕະຫຼາດຕ່າງປະເທດ.

        ໃນຂະນະນັ້ນ, ດ້ວຍຫົວຂໍ້ວ່າ “ຫວຽດນາມພວມກາຍເປັນສູນອຸດສາຫະກໍາແຫ່ງໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້”, ສື່ເອເລັກໂຕນິກ Inquirer.net ຂອງອັງກິດ ກໍໃຫ້ຂໍ້ສັງເກດວ່າໃນໄລຍະກວ່າ 20 ປີຜ່ານມາ, ຫວຽດນາມຄ່ອຍໆພັດທະນາຈາກພື້ນຖານເສດຖະກິດກະສິກໍາກາຍເປັນໜຶ່ງໃນບັນດາຈຸດນັດພົບທີ່ດູດດື່ມການລົງທຶນກ່ຽວກັບ ອຸດສາຫະກໍາການຜະລິດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢ່າງບໍ່ຢຸດຢັ້ງ. ບັນລຸໄດເມີໄດ້ການເຕີບໂຕຢ່າງແຮງດັ່ງກ່າວ ຍ້ອນ ຫວຽດນາມສຸມໃສ່ພັດທະນາຂະແໜງການສົ່ງອອກ, ການພັດທະນາຂອງບັນດາເຂດອຸດສາກະກໍາ, ເສດຖະກິດສະເພາະ ແລະ ໄດ້ຮັບການວາງແຜນຜັງລະອຽດ, ສັນຍາການຄ້າເສລີສະບັບຕ່າງໆ ທີ່ຫວຽດນາມເຂົ້າຮ່ວມ, ການເຕີບໂຕເສດຖະກິດຢ່າງແຮງ,  ມີ ກໍາລັງແຮງງານໜຸ່ມ, ກວມຈໍານວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ