ສື່ມວນຊົນສາກົນຕີລາຄາສູງການຢ້ຽມຢາມຫວຽດນາມຂອງນາຍົກລັດຖະມົນຕີລັດເຊຍ

ສື່ມວນຊົນສາກົນຕີລາຄາສູງການຢ້ຽມຢາມຫວຽດນາມຂອງນາຍົກລັດຖະມົນຕີລັດເຊຍ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev
(ພາບ: Nhật Bắc (VGP)

(vovworld) –  ​ມີ​ສຳ​ນັກ​ຂ່າວ​ສານ ແລະ ສື່ມວນ​ຊົນ​ສາ​ກົນຫຼາຍ​ແຫ່ງ​ໄດ້​ໃຫ້​ຂ່າວ​ໃນ​ວັນ​ທີ 6 ແລະ 7/4 ແລະ ໄດ້​ວິ​ເຄາະ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev. ຢູ່​ສ​ະ​ຫະ​ພັນ​ລັດ​ເຊຍ, ບັນ​ດາ​ສຳ​ນັກ​ຂ່າວ​ສານ​ໃຫຍ່​ຄື: Ria Novosti, TASS, Interfax ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev, ກໍ່​ຄື​ການ​ພົບ​ປະ​ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ. ສຳ​ນັກ​ຂ່າວ​ສານ Ria Novosti ເນັ້ນ​ໜັກ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ລັດ​ເຊຍ ແລະ ຫວຽດ​ນາມ ໃນ​ປີ 2011 ເພີ່ມ​ຂຶ້ນ 25% ແລະ ຕາມ​ການ​ຕີ​ລາ​ຄາ​ຂອງ​ທັງ​ຝ່າຍ ລັດ​ເຊຍ ແລະ ຫວຽດ​ນາມ, ຕົວ​ເລກ​ດັ່ງ​ກ່າວ​ອາດ​ຈະ​ບັນ​ລຸ 7 ຕື້ USD ໃນ​ປີ 2015.

        ສຳ​ນັກ​ຂ່າວ​ສານ Reuters ຂອງ ອັງ​ກິດ ກໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ ຮ່າ​ໂນ້ຍ ແລະ ມົດ​ສ​ກູ ກະ​ກຽມ​ເຊັນ​ຂໍ​້​ຕົກ​ລົງ​ເພື່ອ​ສ້າງ​ຕັ້ງ​ເຂດກ​ານ​ຄ້າ​ເສ​ລີ. ນ​ອກນັ້ນ, ກຸ່ມ​ບໍ​ລິ​ສັດ Gazprom Neft ຂອງ ລັດ​ເຊຍ ຄາດ​ວ່າ​ຈະ​ຊື້ 49% ​ຫຸ້ນສ່ວນ​ຂອງ​ບໍ​ລິ​ສັດ​ກັນ​ນ້ຳ​ມັນ ຢູງກວດ. ສຳ​ນັກ​ຂ່າວ​ສານ AP ຂອງ ອາ​ເມ​ລິ​ກາ ໄດ​້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Medvedev ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ, ຄາດ​ຄະ​ເນ​ວົງ​ເງິນ​ການ​ຄ້າ​ ລັດ​ເຊຍ - ຫວຽດ​ນາມ ໃນ​ແຕ່​ລະ​ປີອາດ​ຈະ​ເພິ່ມ​ຂຶ້​ນທົບ 4 ເທົ່າ​ກ່ອນ​ປີ 2020, ຂຶ້ນ​ເຖິງ 10 ຕື້ USD. ວັນ​ທີ 6/4, ໜັງ​ສື​ພິມ “Die Zeit”  ຂອງ​ເຢຍ​ລະ​ມັນ​ກໍ່​ໃຫ້​ຂ່າວ​ວ່າ​ສະ​ຫະ​ພັນ​ເສດ​ຖະ​ກິດ ເອີ​ລົບ - ອາ​ຊີ ຢາກ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ຫວຽດ​ນາມ ໃນ​ການ​ຢ້ຽມ​ຢາມ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Medvedev ບັນ​ລຸ​ໄດ້ຫຼາຍ​ບາດ​ກ້າວ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້.


ຂ່າວ/ບົດ​ອື່ນ