ສື່ມວນຊົນສາກົນຕີລາຄາສູງມາດຕະການຕ່າງໆ ຂອງ ຫວຽດນາມໃນການ ສະກັດກັ້ນໂຄວິດ-19

(VOVWORLD) - ມີສື່ເອເລັກໂຕນິກ, ອົງການຈັດຕັ້ງເສດຖະກິດ ແລະ ສະຖານີໂທລະພາບສາກົນຫລາຍແຫ່ງໄດ້ຕີລາຄາສູງມາດຕະການຕ່າງໆຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19, ພ້ອມທັງວິເຄາະຢ່າງເລິກເຊິ່ງ ເພື່ອຖອດຖອນບົດຮຽນຈາກ ຫວຽດນາມ. 

ໜັງສືພິມການເງິນ Financial Times ແລະ ເວັບໄຊຂອງເວທີປາໄສເສດຖະກິດໂລກ (Weforum) ໄດ້ລົງໃນເດືອນ ມີນາ ປີ 2020 ໂດຍເນັ້ນໜັກວ່າ ຫວຽດນາມ ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ໃນລະດັບ ຕ່ຳ ແລະ ຍັງບໍ່ທັນມີກໍລະນີໃດຖືກເສຍຊີວິດຍ້ອນໂລກລະບາດດັ່ງກ່າວ. ຫວຽດນາມ ໄດ້ເປັນເຈົ້າການ, ກວດພົບຄວາມສ່ຽງແຜ່ລະບາດຈາກໂລກລະບາດໂຄວິດ-19 ຢ່າງວ່ອງໄວ ແລະ ປຸກລະດົມແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອຄວບຄຸມໂລກລະບາດດັ່ງກ່າວ. Financial Times ຖືວ່າ: ຫວຽດນາມ ໄດ້ກາຍເປັນແບບຢ່າງແຫ່ງຄວາມຕັດສິນໃຈໃນການຄວບຄຸມໂລກລະບາດໃນເງື່ອນໄຂທີ່ມີແຫຼ່ງກຳລັງຍັງຈຳກັດຢູ່.

ສື່ມວນຊົນສາກົນຕີລາຄາສູງມາດຕະການຕ່າງໆ ຂອງ ຫວຽດນາມໃນການ ສະກັດກັ້ນໂຄວິດ-19  - ảnh 1ພາບປະກອບ/ Reuters

     ໂທລະພາບ ເຢຍລະມັນ DW ກໍ່ມີບົດຂຽນວິເຄາະກ່ຽວກັບທ່າແຮງຂອງ ຫວຽດນາມ ໃນການສະກັດກັ້ນໂຄວິດ-19 ແລະ ບົດບາດຂອງກອງທັບ ແລະ ລະບົບການເມືອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນ ໂຄວິດ-19 ແມ່ນມີຄວາມສຳຄັນຍິ່ງ. DW ກໍ່ຮັບຮູ້ເຖິງຈິດໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດຂອງປະຊາຊົນ ແມ່ນກຳລັງໜູນສຳຄັນ ຊ່ວຍໃຫ້ຊາວ ຫວຽດນາມ ຕັ້ງໜ້າສະໜັບສະໜູນ ແລະ ສົມທົບກັບລັດຖະບານ ເພື່ອພາລະກິດລວມນີ້.

    ໜັງສືພິມຂອງ ອິນໂດເນເຊຍ ຫລາຍສະບັບກໍ່ໄດ້ໃຫ້ຂ່າວກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນຢູ່ ຫວຽດນາມ ແລະ ຍົກອອກການວິເຄາະກ່ຽວກັບວິທີປ້ອງກັນ, ຄວບຄຸມໂລກລະບາດຂອງ ຫວຽດນາມ, ຈາກນັ້ນ ເຈາະຈິ້ມຊີ້ແນະ ອິນໂດເນເຊຍ ສາມາດຮຳ່ຮຽນຈາກ ຫວຽດນາມ. ຂໍ້ສັງເກດລວມຂອງບັນດາໜັງສືພິມ ອິນໂດເນເຊຍ ແມ່ນ ຫວຽດນາມ ໄດ້ປະຕິບັດວຽກງານປ້ອງກັນ, ສະກັດກັ້ນ ໂຄວິດ-19 ໄດ້ເປັນຢ່າງດີ, ຊ້ຳບໍ່ໜຳຍັງເຮັດດີກ່ວາບັນດາປະເທດທີ່ມີພື້ນຖານໂຄງລ່າງດ້ານສາທາລະນະສຸກດີຄື: ສິງກະໂປ, ໄທ ແລະ ມາເລເຊຍ. ບັນດາໜັງສືພິມໄດ້ຍັງຕີລາຄາສູງບົດບາດຂອງລະບົບການເມືອງ ຫວຽດນາມ ແລະ ວິໄສທັດຂອງການນຳ ຫວຽດນາມ ໃນການແກ້ໄຂວິກິດການດ້ານສາທາລະນະສຸກໃນທົ່ວໂລກນີ້.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ