ສື່ມວນຊົນສາກົນຕີລາຄາສູງໝາກຜົນການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

(VOVWORLD) -ສື່ມວນຊົນສາກົນ ລ້ວນແຕ່ຕີລາຄາສູງໝາກຜົນການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນການນຳ ອາຊີຕາເວັນອອກສ່ຽງໃຕ້ ທຳອິດ ຢ້ຽມຢາມ ອາເມລິກາ ໃນອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump

ສື່ມວນຊົນສາກົນຕີລາຄາສູງໝາກຜົນການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກັບບັນດາຜູ້ແທນ

ພາບ:Vietnam+

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ອາເມລິກາ ຢ່າງຈົບງາມ. ສື່ມວນຊົນສາກົນ ລ້ວນແຕ່ຕີລາຄາສູງໝາກຜົນການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນການນຳ ອາຊີຕາເວັນອອກສ່ຽງໃຕ້ ທຳອິດ ຢ້ຽມຢາມ ອາເມລິກາ ໃນອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຮັບຮູ້ວ່າ ການຢ້ຽມຢາມຈະສ້າງທ່າໄດ້ປຽບໃຫ້ຫວຽດນາມ ໃນການພົວພັນກັບອຳນາດການປົກຄອງໃຫມ່ຂອງ ອາເມລິກາ.

ສຳນັກຂ່າວ ABC News ໄດ້ແຜ່ພາບໂດຍກົງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ທຳນຽບຂາວ ພ້ອມທັງເນັ້ນຫນັກວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ແມ່ນການນຳ ອາຊີຕາເວັນອອກສ່ຽງໃຕ້ທຳອິດຢ້ຽມຢາມ ທຳນຽບຂາວໃນອາຍຸການຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump. ສຳນັກຂ່າວ AP ໄດ້ຄັດຄຳເວົ້າຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ສອງຝ່າຍ ມີຫລາຍບັນຫາເພື່ອພ້ອມກັນປຶກສາຫາລື. ວິຈານກ່່ຽວກັບການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫນັງສືພິມ Bangkok post ລົງພິມບົດຂຽນດ້ວຍຫົວຂໍ້ວ່າ: ບາດກ້າວທຳອິດຂອງຫວຽດນາມ ກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ໃນຂະນະນັ້ນ ຫນັງສືພິມ US News ເນັ້ນຫນັກເຖິງຄວາມຫວັງກ່ຽວກັບບັນດາຂໍ້ຕົກລົງດ້ານການຄ້າໃນການພົບປະລະຫວ່າງການນຳສອງທ່ານ. ຕາມສຳນັກຂ່າວ Sputnik  ຂອງລັດເຊຍແລ້ວ, ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງມີມູນຄ່ານັບຕື້ໂດລາສະຫະລັດ. ສຳນັກຂ່າວສານ Reuters  ຂອງອັງກິດ ໄດ້ຄັດຄຳເວົ້າຂອງນັກໄຈ້ແຍກໂດຍຖືວ່າ: ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຊົມເຊີຍບັນດາສັນຍາທຸລະກິດກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ