ສື່ມວນຊົນສາກົນສົນໃຈພິເສດເຖິງສະພາບການຢູ່ທະເລຕາເວັນອອກ

ສື່ມວນຊົນສາກົນສົນໃຈພິເສດເຖິງສະພາບການຢູ່ທະເລຕາເວັນອອກ - ảnh 1
ກຳປັ່ນຈີນ ປ້ອງກັນຮ້ານເຈາະນ້ຳມັນໄຮຢ່າງ 981
ພາບ:internet


(vovworld)- ພາຍຫລັງ​ການ​ປະຊຸມ​ຂ່າວ​ສາກົນ ​ໂດຍ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 5/6 ຢູ່ ຮ່າ​ໂນ້ຍ, ວັນ​ທີ 6/6, ສື່ມວນ​ຊົນ​ສາກົນ ​ໄດ້​ລົງ​ພິມ​ບົດ​ຂຽນ​ສ່ອງ​ແສງ​ໃຫ້​ເຫັນ​ການ​ກະທຳ​ໄຮ້​ມະນຸດ​ສະ​ທຳຂອງ​ຈີນ ບົນ​ທະ​ເລ​ຕາ​ເວັນ​ອອກ ຊື່​ງ​ເຂົາ​ເຈົ້າ​​ໄດ້​ເຫັນ​ປະຈັກ​ຕາ.

 ສຳນັກ​ຂ່າວ CNN ຂອງ​ອາ​ເມ​ລິ​ກາ ​ໄດ້ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຂ່າວ Euan McKirdy ​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ການ​ຕົວຈິງ​ຢູ່​ບໍລິ​ເວນ​ທີ່ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ.  ນັກ​ຂ່າວ McKirdy ພ້ອມ​ກັບ​ນັກ​ຂ່າວ​ພາຍ​ໃນ ​ແລະ ສາກົນ 40 ຄົນ ​ໄດ້​ຂຶ້ນ​ກຳ​ປັ່ນ​ຂອງ​ຫວຽດນາມ ຈາກ​ທ່າ​ກຳ​ປັ່ນ ດາ​ຫນັງ ​ໄປ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ບົດ​ຂຽນ​ມີ​ຕອນ​ກ່າວ​ວ່າ: ຝ່າຍ​ຈີນ ສະ​ແດງ​ທ່າ​ທີ່ກະ​ມຶງ​ກະມັງ. ​ໃນ video ​ໂດຍ CNN ອັດ ​ໄດ້​ສະ​ແດງ​​ໃຫ້​ເຫັນວ່າ ກຳ​ປັ່ນ​ຈີນ ພວມ​ສີດ​ນ້ຳ ​ແລະ ຕຳ​ໃສ່ ກຳ​ປັ່ນ ຫວຽດນາມ. ​ເມື່ອ​ກຳ​ປັ່ນ​​ແລ່ນເຂົ້າ​​ໃກ້​ກັບກຳ​ປັ່ນ​ຂອງ​ຈີນ, ພວກ​ຂ້າພະ​ເຈົ້າ​ເຫັນ​​ແຈ້ງ​ບັນດາ​ກະບອກ​ປືນ​ຢູ່​ເທິງ​ກຳ​ປັ່ນ​ຂອງ​ຈີນ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​​ເປັນ​ຫ່ວງ​ກັງວົນ​ທີ່​ສຸດ.

​ໃນ​ວັນ​ດຽວ​ກັນ, ວົງ​ການ​ສ່ື​ມວນ​ຊົນ​ສາກົນ ລວມມີ: ຂ່າວສານ Reuters, Bloomber, Daily Mail, Telegraph, VOA ລ້ວນ​ແຕ່​ລົງ​ພິມ​ຂ່າວ​ກ່ຽວ​ກັບ​ເຫດການ​ກຳ​ປັ່ນ​ຂອງ​ຈີນ ຕຳ​ກຳ່​ປັນຫາ​ປາ​ຂອງ​ຫວຽດນາມຖືກ​ຈົ່ມ​ນ້ຳ.

ຂ່າວ/ບົດ​ອື່ນ