ສື່ມວນຊົນສາກົນສືບຕໍ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin

(VOVWORLD) - ວິທະຍຸ DW ຂອງ ເຢຍລະມັນ ໄດ້ໃຫ້ຂ່າວກ່ຽວກັບການປຶກສາຫາລືລະຫວ່າງທ່ານປະທານາທິບໍດີ Vladimir Putin ກັບບັນດາການນຳຂັ້ນສູງ ຫວຽດນາມ, ໂດຍສຸມໃສ່ຂົງເຂດເສດຖະກິດ, ການສຶກສາ ແລະ ພະລັງງານ.
ສື່ມວນຊົນສາກົນສືບຕໍ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin - ảnh 12 ຝ່າຍໄດ້ລົງນາມເອກະສານຮ່ວມມືໃນຂົງເຂດແຕກຕ່າງກັນ 11 ສະບັບ
(ພາບ: TTXVN)

        ວັນທີ 20 ມີຖຸນາ, ເວັບໄຊ Guardian.com (ອັງກິດ), ໄດ້ລົງພິມບົດຂຽນ “ລັດເຊຍ ແລະ ຫວຽດນາມ ເຫັນດີເພີ່ມທະວີການພົວພັນໃນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin”, ໃນນັ້ນ ໃຫ້ຮູ້ວ່າ, ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ລົງນາມເອກະສານຮ່ວມມືໃນຂົງເຂດແຕກຕ່າງກັນ 11 ສະບັບ. ເວັບໄຊ France24.com (ຝລັ່ງ) ກໍ່ລົງພິມເນື້ອໃນທີ່ຄ້າຍຄືກັນ, ດ້ວຍບົດຂຽນ “ທ່ານປະທານາທິບໍດີ ລັດເຊຍ Vladimir Putin ລົງນາມໃນບັນດາຂໍ້ຕົກລົງຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການພົວພັນກັບ ອາຊີ”.

        ວິທະຍຸ DW ຂອງ ເຢຍລະມັນ ໄດ້ໃຫ້ຂ່າວກ່ຽວກັບການປຶກສາຫາລືລະຫວ່າງທ່ານປະທານາທິບໍດີ Vladimir Putin ກັບບັນດາການນຳຂັ້ນສູງ ຫວຽດນາມ, ໂດຍສຸມໃສ່ຂົງເຂດເສດຖະກິດ, ການສຶກສາ ແລະ ພະລັງງານ. ຫວຽດນາມ ແມ່ນປະເທດທີ 3 ທີ່ທ່ານປະທານາທິບໍດີ Vladimir Putin ໄປຢ້ຽມຢາມ ນັບແຕ່ເມື່ອທ່ານສາບານຕົວຮັບດຳລົງຕຳແໜ່ງອາຍຸການທີ 5 ໃນເດືອນ ພຶດສະພາ, ຖັດຈາກ ຈີນ ແລະ ສ.ເກົາຫຼີ.

        ໃນຂະນະນັ້ນ, ບົດຂຽນຂອງສຳນັກຂ່າວສານ AP (ອາມລິກາ) ຖືວ່າ, ຫວຽດນາມ ນັບມື້ນັບສວມບົດບາດສຳຄັນໃນລະບົບສະໜອງທົ່ວໂລກ. ໃນໄລຍະບໍ່ຮອດ 1 ປີຜ່ານມາ, ຫວຽດນາມ ໄດ້ຕ້ອນຮັບການນຳຂອງຫຼາຍປະເທດໃຫຍ່, ໃນນັ້ນ, ມີທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ປະຈຸບັນແມ່ນທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ