ສື່ມວນ​ຊົນ​ສາ​ກົນ​ໃຫ້​ຂ່າວ​ກ່ຽວ​ກັບເລື່ອງ ​ຫວຽດ​ນາມ ສາ​ມາດ​ປິ່ນ​ປົວ​ໃຫ້​ແກ່​ນັກ​ບິນ​ຊາວ​ອັງ​ກິດ​ຕິດ​ເຊື້ອ​ໂຄວິດ - 19 ຫາຍ​ດີ

(VOVWORLD) -ໜັງສືພິມ ເອເລັກໂຕນິກ 9News ຂອງ ອົດສະຕາລີ ໃນວັນທີ 12 ກໍລະກົດໃຫ້ຂ່າວວ່າ ນັກບິນຊາວອັງກິດ ມີອາຍຸ 42 ປີ ທີ່ເຮັດວຽກໃນບໍລິສັດການບິນແຫ່ງຊາດຫວຽດນາມ ແມ່ນຄົນເຈັບຕິດເຊື້ອໂຄວິດ - 19 ມີອາການຮຸນແຮງທີ່ສຸດຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ມີສຸຂະພາບປົກກະຕິ  ເພື່ອກັບເມືອ Scotland.
ສື່ມວນ​ຊົນ​ສາ​ກົນ​ໃຫ້​ຂ່າວ​ກ່ຽວ​ກັບເລື່ອງ  ​ຫວຽດ​ນາມ ສາ​ມາດ​ປິ່ນ​ປົວ​ໃຫ້​ແກ່​ນັກ​ບິນ​ຊາວ​ອັງ​ກິດ​ຕິດ​ເຊື້ອ​ໂຄວິດ - 19 ຫາຍ​ດີ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ) 


       
 ຕາມໜັງສືພິມດັ່ງກ່າວແລ້ວ, ນັກບິນຄົນດັ່ງກ່າວ ໄດ້ອອກຈາກຮ່າໂນ້ຍ ແລະ ໄປຮອດ ລອນດອນໃນຕອນເຊົ້າວັນທີ 12 ກໍລະກົດ (ຕາມເວລາທ້ອງຖິ່ນ) ແລະ ມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ມີກໍລະນີໃດຖືກເສຍຊີວິດຍ້ອນຕິດເຊື້ອໂຄວິດ - 19.

ໃນຂະນະນັ້ນ, ເວັບໄຊ CBC.ca ຂອງການາດາ ເມື່ອວັນທີ 11 ກໍລະກົດ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ນັກບິນຊາວອັງກິດ ໄດ້ຮັບການປິ່ນປົວຫາຍດີ - ສັນຍາລັກແຫ່ງການຕ້ານໂຄວິດ - 19 ຢ່າງສຳເລັດຜົນຂອງຫວຽດນາມ ໄດ້ກັບຄືນເມືອປະເທດ”. ບົດຂຽນໃຫ້ຮູ້ວ່າ ອາການສຸຂະພາບທີ່ຮຸນແຮງທີ່ສຸດຂອງນັກບິນຊາວອັງກິດ ແລະ ບັນດາຄວາມມານະພະຍາຍາມປິ່ນປົວຂອງແພດໝໍຫວຽດນາມ ເພື່ອແນໃສ່ກອບກູ້ເອົາຊີວິດຂອງຄົນເຈັບນີ້ ໄດ້ກາຍເປັນສັນຍາລັກແຫ່ງການຕ້ານໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ