ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບເລື່ອງທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍເຖິງແກ່ມໍລະນະກຳ

(VOVWORLD) -ວັນທີ 02 ຕຸລາ, ບັນດາສຳນັກຂ່າວສານ ແລະ ອົງການສື່ມວນຊົນສາກົນໄດ້ພ້ອມກັນໃຫ້ຂ່າວກ່ຽວກັບເລື່ອງທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ.

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບເລື່ອງທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍເຖິງແກ່ມໍລະນະກຳ - ảnh 1 ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ

ເຖິງແກ່ມໍລະນະກຳ

(ພາບ: TTXVN)

 ພາຍຫຼັງຫົວຂໍ້ໃຫຍ່ “ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ”, ສຳນັກຂ່າວສານ BBC (ອັງກິດ) ໄດ້ທົບທວນຄືນພາລະກິດການເມືອງຂອງທ່ານ ແລະ ຢືນຢັນວ່າ, ທ່ານຂຶ້ນຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ໃນໄລຍະປະເທດຊາດມີການຫັນປ່ຽນຢ່າງເລິກເຊິ່ງ, ພາຍຫຼັງພັກລົບລ້າງກົນໄກອາດຍາສິດເກື້ອກູນ ແລະ ດຳເນີນວິວັດການປ່ຽນແປງໃໝ່, ເປີດປະຕູ. ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ມານະພະຍາຍາມສະໜັບສະໜູນບັນດາການເຄື່ອນໄຫວປະຕິຮູບເສດຖະກິດເສລີ, ສືບທອດມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ.

        ສຳນັກຂ່າວສານຊີນຮົວ (ຈີນ) ໄດ້ຄັດສະເໜີຊີວະປະຫວັດຫຍໍ້ ແລະ ໄລຍະເຄື່ອນໄຫວການເມືອງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ດ້ວຍການຢັ້ງຢືນວ່າ, ທ່ານໄດ້ດຳລົງຫຼາຍຕຳແໜ່ງ, ໄດ້ມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຊາດ, ພິເສດແມ່ນໃນພາລະກິດແຫ່ງການປ່ຽນແປງໃໝ່.

        ບັນດາສຳນັກງານຂ່າວສານສາກົນໃຫຍ່ຄື: Financial Times, Washington Post, ABCnews, New York Times, ກໍໄດ້ແຈ້ງວ່າ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ, ກໍຄືທົບທວນຄືນພາລະກິດການເມືອງ ແລະ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ຕໍ່ພາລະກິດການປະຕິວັດຂອງພັກ ແລະ ລັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ