ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin

(VOVWORLD) - ໜັງສືພິມ Nikkei Asia ໄດ້ໃຫ້ຂ່າວວ່າ ການຢ້ຽມຢາມແມ່ນເລື່ອງ 2 ຝ່າຍໄດ້ລົງນາມເອກະສານຮ່ວມມື 11 ສະບັບໃນຫຼາຍຂົງເຂດທີ່ແຕກຕ່າງກັນ.
ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin - ảnh 1ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ດີງາມໃນການທູດ “ໄມ້ໄຜ່ ຫວຽດນາມ” ຂອງຕົນ
(ພາບ: TTXVN)

        ສື່ມວນຊົນ ລັດເຊຍ ແລະ ຫຼາຍປະເທດອື່ນໃນໂລກໄດ້ລົງພິມບົດຂຽນຕີລາຄາກ່ຽວກັບການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin.

        ສຳນັກຂ່າວສານ TASS ຂອງ ລັດເຊຍ ໄດ້ເປີດລາຍການພິເສດ, ໃນນັ້ນໄດ້ອັບເດດບັນດາການເຄື່ອນໄຫວຂອງທ່ານປະທານາທິບໍດີ Vladimir Putin ຢ່າງຕໍ່ເນື່ອງ. ບັນດາບົດຂຽນລ້ວນແຕ່ເນັ້ນໜັກເຖິງການພົວພັນປະຫວັດສາດຂອງ 2 ປະເທດ ແລະ ບັນດາຂົງເຂດຮ່ວມມື 2 ຝ່າຍ.

        ໜັງສືພິມເອເລັກໂຕນິກ Fontanka.ru ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Vladimir Putin ໄດ້ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງປະຊາຊົນ ຫວຽດນາມ. ໃນຂະນະນັ້ນ, RIA Novosti ໄດ້ຄັດສະເໜີຄຳເວົ້າຂອງທ່ານ Putin ວ່າ: “ຂ້າພະເຈົ້າຢາກສະແດງຄວາມຮູ້ບຸນຄຸນຕໍ່ເພື່ອມມິດ ຫວຽດນາມ ທຸກໆຄົນ ທີ່ໄດ້ຈັດການຢ້ຽມຢາມທາງລັດຖະກິດໃຫ້ແກ່ພວກຂ້າພະເຈົ້າ. ຂອບໃຈຕໍ່ນ້ຳໃຈຮັກແພງແຂກຄົນ, ການຕ້ອນຮັບທີ່ອົບອຸ່ນ, ຄວາມປິຕິຊົມຊື່ນຂອງພວກເພື່ອນ…

        ໂດຍໃຫ້ຂ່າວກ່ຽວກັບເຫດການດັ່ງກ່າວ, ໜັງສືພິມ Nikkei Asia ໄດ້ໃຫ້ຂ່າວວ່າ ໃນການຢ້ຽມຢາມ 2 ຝ່າຍໄດ້ລົງນາມເອກະສານຮ່ວມມື 11 ສະບັບໃນຫຼາຍຂົງເຂດທີ່ແຕກຕ່າງກັນ.

        ຈາກ ເອີລົບ, ເວັບໄຊ euronews.com ໄດ້ເນັ້ນໜັກເຖິງການຢ້ຽມຢຽມ ຫວຽດນາມ ຂອງທ່ານປະທານາທິບໍດີ Putin ແມ່ນເພື່ອປັບປຸງການພົວພັນກັບບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ສ່ວນໜັງສືພິມ Financial Times ຕີລາຄາວ່າ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ດີງາມໃນການທູດ “ໄມ້ໄຜ່ ຫວຽດນາມ” ຂອງຕົນ, ຢືນຢັນແນວທາງເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ