ສື່ມວນຊົນຫວຽດນາມນັບມື້ນັບເຕີບໃຫຍ່ແລະປະກອບກຳລັງເຂົ້າໃນການພັດທະນາປະເທດຊາດ

ສື່ມວນຊົນຫວຽດນາມນັບມື້ນັບເຕີບໃຫຍ່ແລະປະກອບກຳລັງເຂົ້າໃນການພັດທະນາປະເທດຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພົບ 112 ອົງ​ການ​ສື່​ສານ
(ພາບ: sggp.org.vn)


(vovworld) – ​​​​​​​ ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6/1925 – 21/6/2015), ຕອນ​ບ່າຍ​ວັນ​ທີ 19/6, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​​ກັບການ​ນຳ 112 ອົງ​ການ​ສື່​ສານ, ໜັ​ງ​ສື​ພິມ ແລະ ບັນ​ດາ​ນັກ​ຂ່າວ​ຜ່ານ​ໄລ​ຍະ​ຕ່າງໆ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນ​ັ້ນ​ໜັກ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ມີ​ຄວາມ​ເອກ​ອ້າ​ງ​ທະ​ນົງ​ໃຈ​​ຕໍ່​ບັນ​ດາ​ບາດ​ກ້າວ​ເຕີບ​ໃຫຍ່ ແລະ ພັດ​ທະ​ນາ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ. ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຜ່ານ​ໄລ​ຍະ​ຕ່າງໆ, ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ໜ້າ​ທີ່, ໜ້າ​ທີ່​ເຊິ່ງໄດ້​ຮັບ​ມອບ​ໝາຍ, ປະ​ກອບ​ສ່ວ​ນ​ສຳ​ຄັນ, ໃຫຍ່ຫຼວງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລ​ວມ​ຂອງ​ປະ​ເທດ​ຊາດ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ກ່ອນນີ້ ກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ເນັ້ນ​ໜັກ​ວ່າ:

        “ສື່ມວນ​ຊ​ົນ​ຫວຽດ​ນາມ ເວົ້າ​ລ​ວມ ແລະ ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ສື່​ສານຂອງ ຫວຽດ​ນາມ ເວົ້​າ​ສະ​ເພາະ ໄດ້​ເຕີບ​ໃຫຍ່ເຂັ້ມ​ແຂງ. ການ​ເຕີບ​ໃຫຍ່​ທັງ​ດ້ານ​ສະ​ຕິ ແລະ ຄຸນ​ນະ​ທາດ​ການ​ເມືອງ, ທັງ​​ດ້ານ​ວິ​ຊາ​ສະ​ເພາ​ະ, ​ລະ​ດັບ​ເຕັກ​ໂນ​ໂລ​ຢ​ີ​ໃນ​ເງື່ອນ​ໄຂ​ປະ​ເທດ​ຊາດ​​ພວມເຊື່ອມ​ໂຍງ, ຕ້ອງ​ອັບ​ເດັດ​ຂໍ້​ມູນ​ຂ່າວ​ຢ່າງ​ໄວ​​ກັບ​ໂລກ, ໃນ​ເງື່ອນ​ໄຂ​ເຕັກ​ໂນ​ໂລ​ຢີ​ພັດ​ທະ​ນາ​ໄວ​ຄື​ປະ​ຈຸ​ບັນ. ສື່​ມວນ​ຊົນ ແລະ ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ສື່​ສານ​​ຕ້ອງເຕີບ​ໃຫຍ່, ເຂັ້ມ​ແຂງ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ຢ່າງ​ແທ້​ຈິງ.”

ຂ່າວ/ບົດ​ອື່ນ