ສື່ມວນຊົນອັກຊັງຕີນຍ້ອງຍໍຮູບພາບແມ່ຍິງຫວຽດນາມ

ສື່ມວນຊົນອັກຊັງຕີນຍ້ອງຍໍຮູບພາບແມ່ຍິງຫວຽດນາມ - ảnh 1

(vovworld)- ວັນ​ທີ 6/3, ຫນັງ​ສື​ພິມ Clain ຂອງ​ອັກ​ຊັງ​ຕີນ ໄດ້​ລົງ​ພິມ​ບົດ​ຂຽນ​ຍ້ອງຍ​ໍ​ການ​ລຸກ​ຮື້​ຂຶ້ນ​ຂອງ​ສອງ​ພະ​ນາງຈືງ (ຈືງ​ຈັກ - ຈືງຍີ້) ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ຫວຽດ​ນາມ ໃນ​ຊີ​ວິດ​ສັງ​ຄົມ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ 8/3. ໃນບົດ​ຂຽນຂອງ​ຕົນ, ນັກ​ຂ່າວ Alicia Diaconu ຜູ້​ທີ່​ຫາ​ກໍ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ກໍ​ໄດ້​ເຊີດ​ຊູ​ບັນ​ດາ​ຮູບ​ພາບ​ແມ່​ຍິງ​ຫວຽດ​ນາມ​ປະ​ຈຸ​ບັນ ​ນັກ​ຂ່າວ​ໄດ້​ພົບ​ຢູ່ ຮ່າ​ໂນ້ຍ ແລະ ໄຊ​ງ່ອນ, ເຂົາ​ເຈົ້າ ໃນ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ດ້ວຍ​ສີ​ສັນ​ຫລາຍ​ຫລາຍ, ໃນ​ທຸກ​ເກນ​ອາ​ຍຸ ແລະ ເຂົ້າ​ຮ່ວມ​ທຸກວຽກ​ງານ, ການ​ເຄື່ອນ​ໄຫວ​ປະ​ຈຳ​ວັນ. ນັກ​ຂ່າວ​ໄດ້​ຢືນ​ຢັນ​ວ່າ: ແມ່​ຍິງ​ ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ຢູ່​ຫວຽດ​ນາມ ກໍ​ຄືຢູ່​ບັນ​ດາ​ປະ​ເທດ​ອື່ນ​ໃນ​ໂລກ.

ຂ່າວ/ບົດ​ອື່ນ