ສື່ມວນຊົນອັກຊັງຕິນສັນລະເສີນກິດຈະການປ່ຽນແປງໃໝ່ຢູ່ຫວຽດນາມ


ສື່ມວນຊົນອັກຊັງຕິນສັນລະເສີນກິດຈະການປ່ຽນແປງໃໝ່ຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld)- ວັນ​ທີ 19/12, ສຳ​ນັ​ກ​ຂ່າ​ວ​ສານອັກ​ຊັງ​ຕິນ ເຕ​ລາມ ໄດ້​ມີ​ບົດ​ຂຽນ ສັນ​ລະ​ເສີນບັນ​ດາ​ຜົນ​ງານ​ໃນ ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດ​ນາມ. ນັກ​ຂ່າວ ຣາ​ນາ ຜູ້​ຂຽນ​ບົດ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ວ່າ ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດ​ນາມເປັນ​ເວ​ລາເກືອບ 30 ປີ​ທີ່​ຜ່ານ​ມາ ແມ່ນ​ປະ​ກົດ​ການໂດຍ​ເບິ່ງ​ຄື​ວ່າ ບໍ່​ມີ​ຫຍັງ​ທີ່​ອາດ​ຈະ​ສົມທຽບໄດ້​ໃນ​ໂລກ. ດ້ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ເປີດ​ປະ​ຕູ, ຫວຽດ​ນາມ ໄດ້​ປະ​ສົບ​ບັນ​ດາ​ຜົນ​ສຳ​ເລັດ​ຊຶ່ງ​ໄດ້​ຮັບ​ການຢັ້ງ​ຢືນ​ຈາກ​ທົ່ວ​ໂລກ. ບົດ​ໜັງ​ສື​ພິມ​ໄດ້​ຄັດ​ຄຳ​ເວົ້າຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່ UNDP Helen Clark ຊຶ່ງ​ໄດ້​ຕີ​ລາ​ຄາ​ສູງ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ຫວຽດ​ນາມ​ຍາດ​ມາ​ໄດ້​ໃນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ການ​ສຶກ​ສາ, ວຽກ​ເຮັດ​ງານ​ທຳ ແລະ ສາ​ທາ​ລະ​ນະ​ສຸກ ແມ່ນ​ເປັນ​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ.

ຂ່າວ/ບົດ​ອື່ນ