ສື່ມວນຊົນອັກຊັງຕີນໄດ້ໃຫ້ຫຼາຍຂ່າວກ່ຽວກັບຄວາມໝາຍຂອງການປະຕິວັດເດືອນສິງຫາຂອງຫວຽດນາມ

ສື່ມວນຊົນອັກຊັງຕີນໄດ້ໃຫ້ຫຼາຍຂ່າວກ່ຽວກັບຄວາມໝາຍຂອງການປະຕິວັດເດືອນສິງຫາຂອງຫວຽດນາມ - ảnh 1
ສື່ມວນຊົນ ອັກຊັງຕີນ ໃຫ້ຂ່າວກ່ຽວກັບການປະຕິວັດເດືອນສິງຫາ
(ພາບ: Vietnam+)

(vovworld) –  ວັນ​ທີ 19/8, ສື່​ເອ​ເລັກ​ໂຕ​ນິກຂອງ ອັກ​ຊັງ​ຕີນ ​ໄດ້​ໃຫ້​ຂ່າວ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບຄວາມ​ໝາຍ​ ​ແລະ ບົດຮຽນ​ປະຫວັດສາດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ຂອງ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ເຫດການ​ສຳຄັນ​ຍິ່ງ​ນີ້ (19/8/1945 – 19/8/2016).

        ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ, ປະ​ເທດ​ສັນຕິພາບ”, ສື່​ເອ​ເລັກ​ໂຕ​ນິກ Acercando Naciones ຂ​ອງ ​​ອັກ​ຊັງ​ຕີນ ​ໄດ້​ມີ​ບົດ​ຂຽນ​ເນັ້ນ​ໜັກ​ວ່າ: ຊາດ ຫວຽດນາມ ​ແມ່ນ​ຊາດ​ວິລະ​ຊົນ, ຍາມ​ໃດ​ກໍ່​ຍາດ​ເອົາ​ໄຊຊະນະ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ. ບົດ​ຂຽນ​ໄດ້​ຕີ​ລາຄາ​ການ​ປະຕິວັດ​ເດ​ືອນສິງຫາ​ປີ 1945 ​ແມ່ນ​ບາດ​ຄ້ອນ​ແຮງ​ທີ່​ເລັ່ງ​ໃສ່ລັດທິ​ລ່າ​ເມືອງຂຶ້ນ, ​ເປີດ​ສາກ​ໃຫ້​ແກ່​ຂະ​ບວນການ​ປົດ​ປ່ອຍ​ຊາດ​ໃນ​ທົ່ວ​ໂລກ. ນີ້​ແມ່ນ​ການ​ສົມທົບ​ລະຫວ່າງ​ການ​ຕໍ່ສູ້​ທາງ​ດ້ານ​ການ​ເມືອງ ​ແລະ ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​​ເໝາ​ະສົມ​ກັບ​ແຕ່​ລະສະ​ພາບ​ການ. ຕາມ​ບົດ​ຂຽນ​ແລ້ວ, ການ​ປະຕິວັດ​ເດືອນ​ສິງຫາ ​ແມ່ນ​ການ​ພິສູດ​ໃຫ້​ເຫັນ​​ແຜນ​ນະ​​ໂຍບາຍ​ທີ່​ຖືກຕ້ອງ​ກໍ​່ຄື​ຄວາມ​ສາມາດ​ຊີ້​ນຳນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ​ແນວ​ໂຮມ ວຽດນິນ, ປະກອບສ່ວນ​ຍາດ​ໄດ້​ໄຊ​ຊະນະ​ຂອງ​ຊາດ ຫວຽດນາມ, ສະຖາ​ປະນາປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ​ໃນ​ວັນ​ທີ 2/9/1945.

        ສື່​ເອ​ເລັກ​ໂຕ​ນິກຂອງ​ສູນ​ຄົ້ນຄ​້ວາ​ເສດຖະກິດ ​ແລະ ສັງຄົມ ​ອັກ​ຊັງ​ຕີນ (CIEYS) ​ໄດ້​ຫວນ​ຄືນ​ແຕ່ລະ​ໄລຍະ​ຂອງ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຂອງ ຊາດ ຫວຽດນາມ. ​ໃນ​ຂະນະ​ນັ້ນ, ສື່​ເອ​ເລັກ​ໂຕນ​ິກ ArgenPress ກໍ່​​ແນ​ະນຳ​ໄລຍະ​ທາງ​ປະຫວັດສາດ​ຂອງ ຫວຽດນາມ ​ໄລຍະ 1954 – 1975.

 

 


ຂ່າວ/ບົດ​ອື່ນ