ສື່ມວນຊົນອັງກິດໄດ້ລົງຫຼາຍບົດຂ່າວກ່ຽວກັບຄົນເຈັບທີ 91 ຢູ່ຫວຽດນາມ ໄດ້ອອກໂຮງໝ

(VOVWORLD) -ຄົບເຈັບທີ 91 ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນ ແລະ ແພດໝໍຫວຽດນາມ

ສື່ມວນຊົນອັງກິດໄດ້ລົງຫຼາຍບົດຂ່າວກ່ຽວກັບຄົນເຈັບທີ 91 ຢູ່ຫວຽດນາມ ໄດ້ອອກໂຮງໝ - ảnh 1 ນັກບິນຊາວອັງກິດ Stephen Cameron (ຄົນເຈັບທີ 91)

(ພາບ: TTXVN)

ພາຍຫຼັງຖ້ຽວບິນຂອງບໍລິສັດການບິນ Vietnam Airlines ສົ່ງນັກບິນຊາວອັງກິດ Stephen Cameron (ຄົນເຈັບທີ 91) ລົງຈອດຢູ່ສະໜາມບິນ Heathrow ຢູ່ລອນດອນ, ປະເທດອັງກິດ ໃນວັນທີ 12 ກໍລະກົດ. ໃນວັນດຽວກັນ, ສື່ມວນຊົນອັງກິດ ໄດ້ລົງຫຼາຍຂ່າວ ແລະ ບົດກ່ຽວກັບເຫດການນີ້.

        ສື່ມວນຊົນ BBC ໄດ້ສະໜອງຂໍ້ມູນລະອຽດກ່ຽວກັບບັນດາບາດກ້າວຄວາມຄືບໜ້າຂອງຄົນເຈັບນີ້ໃນຕະຫຼອດໄລຍະເວລາປິ່ນປົວ. ຄົບເຈັບທີ 91 ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນ ແລະ ແພດໝໍຫວຽດນາມ ເມື່ອຖືວ່າ “ຖ້າຫາກວ່າຂ້າພະເຈົ້າຢູ່ແຫ່ງອື່ນໃນໂລກ ຂ້າພະເຈົ້າຄົງຈະເສຍຊີວິດແລ້ວ”, ພ້ອມທັງຍ້ອງຍໍຄວາມຕັດສິນໃຈສູງຂອງບັນດາແພດໝໍຫວຽດນາມ.

        ສ່ວນຊ່ອງໂທລະພາບ Sky New ກໍ່ໃຫ້ຂ່າວກ່ຽວກັບເຫດການຄົນເຈັບທີ 91 ກັບເມືອງອັງກິດ ແລະ ໃຫ້ຮູ້ຕື່ມອີກວ່າ, ໃນໄລຍະເກືອບ 3 ເດືອນຜ່ານມາ ຫວຽດນາມ ບໍ່ກວດພົບກໍ່ລະນີຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ.

        ນອກຈາກສື່ມວນຊົນອັງກິດ ແລ້ວ, ຍັງມີບັນດາກຸ່ມບໍລິສັດສື່ມວນຊົນ ແລະ ສຳນັກຂ່າວສານໃຫຍ່ຢູ່ອາເມລິກາ ຄື: Washington Post, USA Today, AP ລ້ວນແຕ່ໄດ້ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບເຫດການດັ່ງກ່າວ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 12 – 13 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳອັງກິດ, ບໍລິສັດການບິນແຫ່ງຊາດຫຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງອັງກິດ ຈັດຖ້ຽວບິນນຳພົນລະເມືອງຫວຽດນາມ 340 ຄົນກັບເມືອປະເທດ.

        ກ່ຽວກັບສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ. ຕອນເຊົ້າວັນທີ 13 ກໍລະກົດ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າເປັນມື້ທີ 88 ຢ່າງລຽນຕິດທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ. ມາຮອດປະຈຸບັນ, ມີຜູ້ຕິດເຊື້ອໂຄວິດ-19 ມີ 350/372 ໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ, ກວມເອົາ 94,1% ຈຳນວນຜູ້ຕິດເຊື້ອໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ