ສື່ມວນຊົນອົດສະຕາລີ: ຫວຽດນາມ ພວມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19

(VOVWORLD) -ອົດສະຕາລີ ພວມມີການພົວພັນໃກ້ຊິດສະໜິດສະໜົມກັບຫວຽດນາມ, ສະນັ້ນ ຖ້າໄດ້ເຫັນຊາວອົດສະຕາລີ ມາຢ້ຽມຢາມຫວຽດນາມ ນັ້ນແມ່ນສັນຍານທີ່ດີ
ສື່ມວນຊົນອົດສະຕາລີ: ຫວຽດນາມ ພວມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ: moh.gov.vn)

ວັນທີ 17 ພຶດສະພາ, ຊ່ອງໂທລະພາບ Seven News (7 News) ຂອງອົດສະຕາລີ ໄດ້ສຳພາດທ່ານ Matt Young, ຜູ້ທີ່ພວມເຮັດວຽກຢູ່ຫ້ອງການການຄ້າອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານ Matt Young ໃຫ້ຮູ້ວ່າ, ໃນສະພາບທັງຫວຽດນາມ ແລະ ອົດສະຕາລີ ພວມຄວບຄຸມໂລກລະບາດໂຄວິດ- 19 ໄດ້ເປັນຢ່າງດີນັ້ນ, ວິສາຫະກິດອົດສະຕາລີ ປາດຖະໜາຢາກໃຫ້ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດຂອງອົດສະຕາລີ ເປີດປະຕູຊາຍແດນເພື່ອຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ. ທ່ານ Matt Young ກ່າວວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດທຳອິດເຊິ່ງອົດສະຕາລີ ຊັ່ງຊາເປີດປະຕູຊາຍແດນ. ພວກຂ້າພະເຈົ້າປາດຖະໜາຈະໄດ້ຕ້ອນຮັບພວກເພື່ອນຊາວ ອົດສະຕາລີ ຢູ່ຫວຽດນາມ ແລະ ກົງກັນຂ້າມ. ປະຈຸບັນ, ອົດສະຕາລີ ພວມມີການພົວພັນໃກ້ຊິດສະໜິດສະໜົມກັບຫວຽດນາມ, ສະນັ້ນ ຖ້າໄດ້ເຫັນຊາວອົດສະຕາລີ ມາຢ້ຽມຢາມຫວຽດນາມ ນັ້ນແມ່ນສັນຍານທີ່ດີ, ແຕ່ແນ່ນອນວ່າຕ້ອງຮັບປະກັນຄວາມປອດໄພ”.

ຕອບກັບ

ຂ່າວ/ບົດ​ອື່ນ