ສື່ມວນຊົນອິນເດຍຕີລາຄາຢ່າງຕັ້ງໜ້າກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ

ສື່ມວນຊົນອິນເດຍຕີລາຄາຢ່າງຕັ້ງໜ້າກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ - ảnh 1
(​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​
ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi)


(vovworld) – ​ໃນ​ຊຸມ​ມື້​ຜ່ານ​ມາ, ສື່​ມວນ​ຊົນ​ອິນ​ເດຍ ​ໄດ້​ໃຫ້​ຂ່າວ​ກ່ຽວກັບ​ໝາກຜົນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໃນ​ລະຫວ່າງ​ວັນ​ທີ 27 – 28/10, ພ້ອມ​ດ້ວຍ​ບັນດາ​ຂໍ້​ສັງ​ເກດ​ທີ່​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທ​ດ. ບັນດາສຳນັກ​ຂ່າວສານ PTI, UNI, ANI, Times Now ​ແລະ ບັນດາ​ໜັງ​ສື່ພິມ​ໃຫຍ່​ຄື “the Hindu”, “the Hindustan Times”… ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​ໝາກຜົນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ດ້ວຍ​ບັນດາ​ຂໍ້​ຕົກລົງ​ເຊິ່ງ 2 ປະ​ເທດ​ບັນລຸ​ໄດ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປອງ​ກັນຊາ​ດ ​ແລະ ອາຍ​ແກັດ. ບັນດາ​ໜັງ​ສືພິມ​ກໍ່​ໄຈ້​ແຍກ​ແງ່​ຫວັງ​​ເປີດ​ກວ້າງ ​ແລະ ການ​ພັດທະນາ​ລະຫວ່າງ 2 ປະ​ເທດ. ນອກຈາກ​ນັ້ນ 2 ຝ່າຍ​ຍັງ​ເປັນ​ເອກະ​ພາບ​ນຳ​ກັນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຖື​ວ່າ “ການ​ເດີນ​ເຮືອ​ຢ່າງ​ເສລີ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ອາດຖືກ​ກີດ​ກວາງ”, ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ບໍ່​ນຳ​ໃຊ້​ອາວຸດ ​​ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ, ຕ້ອງ​ແກ້​ໄຂ​ການ​ຂັດ​ແຍ່ງ​ໂດຍ​ສັນຕິພາບ ​ເໝາະ​ສົມ​ກັບ​ບັນດາ​ຫຼັງ​ການ​ທີ່​ໄດ້​ຮັບຮອງ​ເອົາ​ຂອງ​ກົດໝາຍ​ສາກົນ ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ດກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982.

        ປະຈຸ​ບັນ, ອິນ​ເດຍ ຢາກ​ຊຸກຍູ້​ການ​ຫັນ​ການ​ລົງທຶນ​ເປັນ​ຫຼາຍ​ຢຮູບ​ຫຼາຍ​ແບບ​ຢູ່​ຫວຽດນາມ ​ແລະ ພວມປຶກສາ​ຫາລື​ກັບ​ຫວຽດນາມ ກ່ຽວ​ກັບຄວາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື 3 ຝ່າຍ​ກັບ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ