ສື່ມວນຊົນອາຊີ ຊົມເຊີຍໄຊຊະນະປະຫວັດສາດຂອງ ທີມກິລາໂອເເລມປິກ ຫວຽດນາມ

(VOVWORLD) - ເວບໄຊ AFC.com ຂອງສະຫະພັນບານເຕະ ອາຊີ ໄດ້ພາດຫົວຂ່າວ: “ລະທຶກນາທີສຸດທ້າຍ, ນັກເຕະໂອເລມປິກ ຫວຽດນາມ ໄດ້ຜ່ານເຂົ້າຮອບສີ່ທີມສຸດທ້າຍ ASIAD”.

ເປັນຄັ້ງທຳອິດໃນປະຫວັດສາດທີ່ ທີມກິລາໂອແລມປິກ ຫວຽດນາມ ໄດ້ຜ່ານເຂົ້າຮອບຮອງຊະນະເລີດ (ຮອບ ສີ່ທິມສຸດທ້າຍ) ຢູ່ການແຂ່ງຂັນ ASIAD ແລະ ພ້ອມຍັງຊະນະທຸກນັດ, ໂດຍບໍ່ເສຍປະຕູໃດໆເລີຍ ໃນການແຂ່ງຂັນ 4 ນັດຕິດຕ່ໍ່ກັນ. ເວບໄຊ AFC.com ຂອງສະຫະພັນບານເຕະ ອາຊີ ໄດ້ພາດຫົວຂ່າວ: “ລະທຶກນາທີສຸດທ້າຍ, ນັກເຕະໂອເລມປິກ ຫວຽດນາມ ໄດ້ຜ່ານເຂົ້າຮອບສີ່ທີມສຸດທ້າຍ ASIAD”. AFC ໃຫ້ຂໍ້ສັງເກດວ່າ ການຍິງປະຕູຂອງນັກເຕະ ກົງເຟືອງ ແມ່ນໄດ້ຍິງເຂົ້າໃນນາທີ ທີ 88 ຂອງການແຂ່ງຂັນ ຊື່ງເປັນໝາກຜົນຂອງຄວາມມານະພະຍາຍາມຂອງທີມນັກເຕາະໂອແລມປິກ ຫວຽດນາມ ໃນນັດແຂ່ງຂັນທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນີ້,

ໃນເວລານັ້ນ, ໜັງສືພິມ Chosun Ilbo ຂອງ ສ.ເກົາຫຼີ ກໍ່ໄດ້ຂຶ້ນຫົວຂໍ້ຂ່າວ: “ມາຍາກົນຍັງຄົງດຳເນີນຕໍ່ໄປ” ເພື່ອເວົ້າເຖິງໄຊຊະນະຂອງທີມ ໂອແລມປິກ ຫວຽດນາມ, ໜັງສືພິມ Chosun Ilbo ຍັງຢັ້ງຢືນໄຊຊະນະຂອງ ທີມໂອແລມປິກ ຫວຽດນາມແມ່ນໜ້າປະທັບໃຈທີ່ສຸດ.

ເວບໄຊ Fox sport  ສະບັບກ່ຽວກັບອາຊີ ກໍ່ໄດ້ພາດຫົວຂໍ້ວ່າ: “Asean game 2018: ກົງເຟື້ອງ - ນັກວິລະຊົນຊ່ວຍຫວຽດນາມ ເອົາຊະນະ Bahrain ຢ່າງເດັດດ່ຽວ.

ສ່ວນໜັງສືພິມ bola ຂອງປະເທດເຈົ້າພາບ ອິນໂດເນເຊຍ ໄດ້ສະແດງຄວາມຊົມເຊີຍ ຜູ້ຮັກສາປະຕູ ບຸ່ຍຕ໋ຽນຢູ໋ງ, ຜູ້ທີ່ ກອບກູ້ຄວາມສ່ຽງຂອງທີມ ໂອແລມປິກ ຫວຽດນາມ ໃນຕັ້ງທີ 1 ຫຼັງລູກຍິງປະຕູ ທີ່ອັນຕະລາຍ ຂອງ ກອງໜ້າ Mohammed Marhoon.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ