ສື່ມວນຊົນອາຊີຕາເວັນອອກສ່ຽງໃຕ້ຍົກອອກໂຄງການດຳເນີນງານຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

(VOVWORLD) -ເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເລີ່ມດຳເນີນແຕ່ວັນທີ 25 ມັງກອນ, ຢູ່ນະຄອນຫຼວງຮ່າໂນ້ຍ, ໄດ້ດຶງດູດຄວາມສົນໃຈ, ຕິດຕາມຂອງສື່ມວນຊົນອາຊີຕາເວັນອອກສ່ຽງໃຕ້.
ສື່ມວນຊົນອາຊີຕາເວັນອອກສ່ຽງໃຕ້ຍົກອອກໂຄງການດຳເນີນງານຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1(ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ)

ໜັງສືພິມລາຍວັນ The Straits Time ຂອງສິງກະໂປ ເນັ້ນໜັກວ່າ, ໃນການເຮັດວຽກເປັນເວລາ 9 ວັນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຈະປຶກສາຫາລືນະໂຍບາຍໃນໄລຍະ 5 ປີຈະມາເຖິງ ແລະ ເລືອກຕັ້ງຄະນະການນຳໃນອາຍຸການໃໝ່. ໜັງສືພິມ The Straits Time ຍັງເນັ້ນໜັກເຖິງຜົນງານບຸກທະລຸທາງດ້ານເສດຖະກິດ ແລະ ການຄວບຄຸມໂລກລະບາດໂຄວິດ-19 ຂອງຫວຽດນາມ ໃນປີ 2020, ຖືນີ້ແມ່ນຈຸດພົ້ນເດັ່ນໃນຈຳນວນບັນດາປະເທດອາຊີ. ຕາມໜັງສືພິມນີ້ແລ້ວ, ຫວຽດນາມ ໄດ້ວາງຄາດໝາຍການເຕີບໂຕ GDP ຄິດສະເລ່ຍບັນລຸ 7% ໃນໄລຍະ 5 ປີຈະມາເຖິງ.

        ສ່ວນໜັງສືພິມ The Star ຂອງມາເລເຊຍ ໄດ້ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມມີຜູ້ແທນເຂົ້າຮ່ວມຫຼາຍທີ່ສຸດ. ໃນການເຮັດວຽກເປັນເວລາ 9 ວັນ, ບັນດາຜູ້ແທນຈະສະຫຼຸບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ຕີລາຄາ 35 ປີແຫ່ງການປະຕິບັດນະໂຍບາຍປ່ຽນແປງໃໝ່, 10 ປີແຫ່ງຍຸດທະສາດພັດທະນາເສດຖະກິດສັງຄົມ (2011 – 2020); ປຶກສາຫາລືທິດທາງພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະ 5 ປີຈະມາເຖິງ ແລະ ວິໄສທັດພັດທະນາປະເທດຮອດປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ