ສື່ມວນຊົນອາຊີສະແດງຄວາມປະທັບໃຈຕໍ່ບານເຕະຫວຽດນາມ

(VOVWORLD) -ຫວຽດນາມ ແມ່ນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້  ທີ່ອະນຸຍາດໃຫ້ຈັດຕັ້ງບັນດາງານແຂ່ງຂັນກິລາບານເຕະ.

ສື່ມວນຊົນອາຊີສະແດງຄວາມປະທັບໃຈຕໍ່ບານເຕະຫວຽດນາມ - ảnh 1ນັດແຂ່ງຂັນຢູ່ສະໜາມກິລາ ທຽນເຈື່ອງ, ນາມດິ້ງ

(ພາບ: VPF)

ສື່ມວນຊົນອາຊີ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງບານເຕະຫວຽດນາມ ກັບເຂົ້າສູ່ການແຂ່ງຂັນກັນ, ເມື່ອສະໂມສອນ ນາມດິ້ງ ແລະ ຮ່ວາງແອັງຢາລາຍ ໄດ້ຈັດນັດແຂ່ງຂັນຮອບຄັດເລືອກຊິງຂັນລະດັບຊາດ 2020 ຢ່າງຟົດຟື້ນ, ດ້ວຍກອງເຊຍນັບໝື່ນຄົນ, ໃນວັນທີ 23 ພຶດສະພາ. ເວັບໄຊຂອງສະຫະພັນບານເຕະອາຊີ (AFC) ໄດ້ລົງບົດຂຽນຕີລາຄາສູງຄຸນນະພາບດ້ານວິຊາສະເພາະຂອງນັດແຂ່ງຂັນຢູ່ສະໜາມກິລາ ທຽນເຈື່ອງ, ນາມດິ້ງ, ພ້ອມທັງຂໍ້ມູນຂ່າວກ່ຽວກັບເລື່ອງ ການແຂ່ງຂັນບານເຕະອາຊີບຫວຽດນາມ (V-League 2020) ເຊິ່ງຈະເລີ່ມແຂ່ງຂັນໃນວັນທີ 05 ມິຖຸນາ ຈະມາເຖິງ.

        ສຳນັກຂ່າວສານ Yonhap, ຂອງສ.ເກົາຫຼີ, ໄດ້ໃຫ້ຂ່າວວ່າ: ບານເຕະຫວຽດນາມ ໄດ້ກັບຄືນເຂົ້າສູ່ການແຂ່ງຂັນນັດທຳອິດ, ດ້ວຍການແຂ່ງຂັນລະຫວ່າງທິມບານເຕະ ນາມດິ້ງ ແລະ ຮ່ວາງແອັງຢາລາຍ. ສິ່ງພິເສດແມ່ນ, ນັດແຂ່ງຂັນນີ້ໄດ້ອະນຸຍາດໃຫ້ຜູ້ເຂົ້າໄປເບິ່ງຢູ່ສະໜາມ, ໃນຊ່ວງເວລາເກີດໂລກລະບາດໂຄວິດ-19.

        ໃນຂະນະນັ້ນ, ໜັງສືພິມ Siamsports ຂອງໄທ ໄດ້ເນັ້ນໜັກວ່າ: ຫວຽດນາມ ແມ່ນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້  ທີ່ອະນຸຍາດໃຫ້ຈັດຕັ້ງບັນດາງານແຂ່ງຂັນກິລາບານເຕະ.

ຕອບກັບ

ຂ່າວ/ບົດ​ອື່ນ