ສື່ມວນຊົນອາເມລິກາຕີລາຄາຢ່າງຕັ້ງໜ້າການພົວພັນຫວຽດນາມ-ອາເມລິກາກ່ອນການຢ້ຽມຢາມຂອງທ່ານOBAMA

ສື່ມວນຊົນອາເມລິກາຕີລາຄາຢ່າງຕັ້ງໜ້າການພົວພັນຫວຽດນາມ-ອາເມລິກາກ່ອນການຢ້ຽມຢາມຂອງທ່ານOBAMA - ảnh 1
ປະທານາທິບໍດີ ອາເມລິກາ Obama
(ພາບປະກອບ)

(vovworld) –  ​ໂດຍ​ເປີດ​ສາກ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ທ່ານ Obama ວາງ​ຈົດ​ໝາຍ​ເຮັດ​ໃຫ້​ບັນດາ​ການພ​ົວພັນ​ຢູ່ ອາຊີ ​ເລິກ​ເຊິ່ງກ່ວາ​ອີກ”, ໜັງສືພິມ “The Wall Street Journal” ​ໃສ່​ໃຈ​ເຖິງ​ເວລາ​ທ່ານ Obama ຢູ່​ຢ້ຽມຢາມ ຫວຽດນາມ, ນັ້ນ​ແມ່ນ​ຍາກ​ທີ່​ຈະ​ຫາ​ໄດ້​ປະທານາທິບໍດີ ອາ​ເມ​ລິ​ກາ ​ຢູ່​ຢ້ຽມຢາມ​ປະ​ເທ​ດໜຶ່ງ​​ເຖິງ 3 ວັນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ໜຶ່ງສະຫຼະ​ເວລາ ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ຫຼາຍ​ເຖິງ​ການ​ເປ​ີດກ້ວາງ​ບັນດາການ​ພົວພັນ​ກັບ ຮ່າ​ໂນ້ຍ. ສ່ວນ​ໜັງສືພິມ “Los Angeles Times” ຂຽນ​ວ່າ, ສຳລັບ​ທ່ານ​ປະທນາ​ທິບໍດີ ອ​າ​ເມ​ລິ​ກາ, ການ​ຢ້ຽມຢາມ ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ສົ່ງ​ສານ​ທ່ີ​ວ່າ​ເພື່ອ​ບັນລຸ​ໄດ້​ສັນຕິພາບ​ແທດ​ຈິງ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ​ແລະ ມີ​ເວລາ. ​ໃນ​ຂະນະ​ນັ້ນ, ສື່​ເອ​ເລັກ​ໂຕ​ນິກ CNN ມີ​ບົດ​ຂຽນ​ເນັ້ນ​ໜັກ​ວ່າ: ​ໃນ​ການ​ປະຕິບັດ​ງານ​ຄັ້ງທຳ​ອິດ​ຢູ່ ຫວຽດນາມ ​ໃນ​ຖານະ​​ເປັນ​ປະທານາທິບໍດີ, ທ່ານ Obama ຈະ​ເຫັນ​ປະຈັກ​ຕາ​ປະ​ເທດ​ໜຶ່ງ​ພວມ​ຂະຫຍາຍຕົວຢ່າງ​ວ່ອງ​ໄວ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ