ສື່ມວນຊົນອາເມລິກາລາຕີນ ຍ້ອງຍໍຜົນງານຂອງ ຫວຽດນາມ ໃນການ ພັດທະນາເສດຖະກິດ

ສື່ມວນຊົນອາເມລິກາລາຕີນ ຍ້ອງຍໍຜົນງານຂອງ ຫວຽດນາມ ໃນການ ພັດທະນາເສດຖະກິດ - ảnh 1
(ພາບປະກອບ: vietnamplus.vn)

(vovworld) – ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ຫວຽດນາມ ກ້າວ​ເດີນ​ບົນ​ເສັ້ນທາງ​ຂອງ​ຕົນ​ເອງ”, ​​ເວັບ​ໄຊຂອງ​ສະມາຄົມ​ນັກ​ຂ່າວ​ກຸຍ​ບາ ຫາ​ກໍ່ມີ​ບົດ​ຂຽນຍ້ອງ​ຍໍ​​ກິດຈະ​ການ​ປ່ຽນໃໝ່​ຢູ່​ຫວຽດນາມ, ​ໃນ​ນັ້ນ​​ເນັ້ນ​ໜັກ​ວ່າ ຫວຽ​ດນາມ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ເຂັ້ມ​ແຂງ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບົດ​ຂຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຢູ່​ຫວຽດນາມ ກະສິກຳ​ໄດ້​ຮັບ​ບຸລິມະ​ສິດ, ພ້ອມ​ນັ້ນບັນດາ​ຂະ​ແໜງ​ອຸດສາຫະກຳ ​ແລະ ການທ່ອງ​ທ່ຽວ​ກໍ່​ໄດ້​ຮັບ​ຄວາມ​ເອົນ​ໃຈ​ໃສ່​ພັດທະນາ. ດ້ານ​ອື່ນ​ບົດ​ຂຽນ ກໍ່​ຍ້ອງຍໍ​ນ້ຳ​ໃຈ​ເຊິ່ງພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້ສະຫງວນ​ໃຫ້​ກຸຍ​ບາ, ພິ​ເສດ​ແມ່ນ​ບັນດາ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການສະ​ແດງ​ນ້ຳ​ໃຈ​ມິດຕະພາບ​ຖານ​ອ້າຍ​ນ້ອງ​ຢ່າງ​ສະໜິດ​ສະ​ໜົມ​ລະຫວ່າງ 2 ປະ​ເທດ ທີ່​ໄດ້​ສຶບທອດ​ໃຫ້ລຸ່ນໜຸ່ມ​ຫວຽດນາມ.

    ​ແລະ​ໜັງສືພິມ La Nacion (ປະ​ເທດ​ຊາດ) ຂອງ​ອານ​ເຊຣີ, ຫາ​ກໍ່​ລົງ​ພິມ​ບົດ​ຂຽນ​ຍ້ອງຍໍ​ຜົນງານ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ, ຢືນຢັນ​ວ່າ ຜົນສຳ​ເລັດຂອງ  ຫວຽດນາມ ​ແມ່ນ​ສັນຍາ​ລັກ​​ໃນ​ການ​ພັດທະນາ​ເສດຖະກິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ , ດ້ວຍ​ການ​ສົ່ງ​ອອກ ​ແລະ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ໜັງສືພິມ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຫວຽດນາມ ພ້ອມ​ກັບ​ກຳປູ​ເຈຍ, ລາວ, ມຽນມາ ​ແລະ ​ໄທ ພວມ​ກາຍ​ເປັນ​ສູນ​ອຸດສາ​ຫະກຳ, ດຶງ​ດູດ​ນັກ​ລົງທຶນ​ຍ້ອນ​ຄ່າ​ແຮງ​ງານ​ຕໍ່າ ​ແລະ ຂະຫຍັນ​ຂັນ​ເຄື່ອນ.

ຂ່າວ/ບົດ​ອື່ນ