ສື່ມວນຊົນເຢຍລະມັນ: ຮອດຈຸດເວລາແລ້ວບັນດານັກລົງທຶນຄວນເຂົ້າມາລົງທຶນຢູ່ຫວຽດນາມ

(VOVWORLD) -ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ຕະຫລາດຫລັກຊັບ ຂອງຫວຽດນາມ ບໍ່ຖືກຂາດວັກຂາດຕອນ
ສື່ມວນຊົນເຢຍລະມັນ: ຮອດຈຸດເວລາແລ້ວບັນດານັກລົງທຶນຄວນເຂົ້າມາລົງທຶນຢູ່ຫວຽດນາມ - ảnh 1

       (ພາບ: ແມ້ງຮຸ່ງ ນັກຂ່າວຂ່າວສານຫວຽດນາມ ປະຈຳ ເຢຍລະມັນ)

ເວັບໄຊກ່ຽວກັບຕະຫລາດຫຸ້ນ boerse-online.de ຂອງເຢຍລະມັນ ລົງບົດຂຽນໃນວັນທີ 30 ມັງກອນ ໂດຍຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫລາດຫວຽດນາມ ພ້ອມທັງຖືວ່າ ແມ່ນຮອດຈຸດເວລາແລ້ວ ບັນດານັກລົງທຶນຄວນເຂົ້າມາລົງທຶນຢູ່ຫວຽດນາມ. ບົດຂຽນໄດ້ເນັ້ນຫນັກວ່າ ພື້ນຖານເສດຖະກິດພວມເຕີບໂຕຢ່າງແຮງ, ບັນດາບໍລິສັດນັບມື້ນັບກວມເອົາອັດຕາສ່ວນ, ໃນຂະນະບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ພວມເຂົ້າຮ່ວມຕະຫລາດ ຫວຽດນາມ ນັບມື້ນັບຫລາຍ. ບົດຂຽນໃຫ້ຮູ້ວ່າ: ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ຕະຫລາດຫລັກຊັບ ຂອງຫວຽດນາມ ບໍ່ຖືກຂາດວັກຂາດຕອນ. ນັບແຕ່ເດືອນມັງກອນປີ 2021 ດັດຊະນີ VN Index ບັນລຸກວ່າ 9% ນຳສູນຕິດຕໍ່ຄ້າຂາຍຫລັກຊັບ ນະຄອນໂຮ່ຈີມິນ ຢືນອັນດັບ 2 ໃນຕາຕະລາງຈັດອັນດັບບັນດາສູນການເງິນນຳມາເຊິ່ງກຳໄລທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ