ສື່​ມວນ​ຊົນ​ເຢຍລະ​ມັນ ​ແລະ ລັດ​ເຊຍ: ຫວຽດນາມ ​ແມ່ນໜຶ່ງ​ໃນ​ການ​ຕໍ່​ສູ້​ປະ​ເທດ​ດີ​ເດັ່ນ​ໃນ​ບັ້ນ​ປ້ອງ​ກັນ ​ແລະສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ສື່ມວນຊົນ ເຢຍລະມັນພວມສືບຕໍ່ຍ້ອງຍໍຊົມເຊີຍຜົນສໍາເລັດຂອງຫວຽດນາມໃນວຽກງານຄວບຄຸມໂລກລະບາດໂຄວິດ - 19.
ສື່​ມວນ​ຊົນ​ເຢຍລະ​ມັນ ​ແລະ ລັດ​ເຊຍ: ຫວຽດນາມ ​ແມ່ນໜຶ່ງ​ໃນ​ການ​ຕໍ່​ສູ້​ປະ​ເທດ​ດີ​ເດັ່ນ​ໃນ​ບັ້ນ​ປ້ອງ​ກັນ ​ແລະສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ອຳນາດການປົກຄອງທ້ອງຖິ່ນໄດ້ມີການຕົກລົງໃຫ້ປິດລ້ອມຕາແສງເຊີນໂລຍ ໃນວັນທີ 13 ກຸມພາ(ພາບປະກອບ: TTXVN) 

        ໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ Handelsblatt (ການຄ້າ) ໃນວັນທີ 22 ເມສາ, ຜູ້ຂຽນໄດ້ຂຶ້ນຕົ້ນບົດຂຽນດ້ວຍເຫດທຳອິດທີ່ມີຜູ້ຕິດເຊື້ອຢູ່ຕາແສງເຊີນໂລຍ, ເຊິ່ງຫ່າງຈາກຮ່າໂນ້ຍ 40 ກິໂລແມັດ. ໃນຂະນະທີ່ຫາກໍ່ມີຜູ້ຕິດເຊື້ອCOVID-19 ແມ່ນ 6 ຄົນນັ້ນ, ທາງອຳນາດການປົກຄອງທ້ອງຖິ່ນໄດ້ມີການຕົກລົງໃຫ້ປິດລ້ອມຕາແສງເຊີນໂລຍ ໃນວັນທີ 13 ກຸມພາ ດ້ວຍໄລຍະເວລາ 20 ວັນ ແລະ ໄດ້ເຮັດໃຫ້ຫວຽດນາມກາຍເປັນປະເທດທໍາອິດທີ່ດໍາເນີນການແຍກຕົວໃນວົງກວ້າງເພື່ອປ້ອງກັນ ແລະສະກັດກັ້ນໂລກລະບາດ. ບົດຂຽນໄດ້ຄັດສະເໜີຄໍາເຫັນຂອງບັນດານັກເສດຖະກິດທີ່ໃຫ້ຂໍ້ສັງເກດວ່າ ໃນຂະນະທີ່ບັນດາປະເທດອາຊີ ຕົກເຂົ້າສູ່ສະພາບຊຸດໂຊມເກືອບທັງໝົດນັ້ນ, ຫວຽດນາມຍັງສາມາດບັນລຸລະດັບການເຕີບໂຕທີ່ເປັນໜ້າຊື່ນຊົມ. ໃນເອກະສານຄາດຄະເນປະຈໍາປີທີ່ໄດ້ປະກາດໃນເດືອນ ເມສານີ້, ທັງກອງທຶນເງິນຕາສາກົນ (IMF) ແລະທະນາຄານພັດທະນາ ອາຊີ (ADB) ລ້ວນແຕ່ ໃຫ້ຂໍ້ສັງເກດວ່າ ໃນປີ 2020 ຫວຽດນາມຈະບັນລຸໄດ້ລະດັບເຕີບໂຕສູງທີ່ສຸດໃນຈຳນວນບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້, ຊໍ້າບໍ່ໜໍາແມ່ນຈະລື່ນກາຍຈີນ ແລະອິນເດຍ, ເຊິ່ງເປັນສອງປະເທດທີ່ຢາກສວມບົດບາດເປັນກໍາລັງໜູນເຕີບໂຕຂອງອາຊີມາແຕ່ດົນນານແລ້ວ.

ຜູ້ຂຽນກໍໄດ້ຕີລາຄາວ່າຫວຽດນາມຍາມໃດກໍເປີດອົກເປີດໃຈ, ມີຄວາມໂປ່ງໃສໃນວິກິດການ ໂລກລະບາດ ໂຄວິດ - 19 ແລະ ໃຫ້ການໜູນຊ່ວຍອຸປະກອນການແພດແກ່ຫຼາຍປະເທດໃນໂລກແລະ ເຢຍລະມັນກໍ່ແມ່ນໜຶ່ງໃນບັນດາປະເທດໄດ້ຮັບອຸປະກອນການແພດຈາກຫວຽດນາມ.

 ສື່ມວນຊົນ ລັດເຊຍ ມີບົດຂຽນດ້ວຍຫົວຂໍ້ວ່າ: “ຫວຽດນາມ ປະເທດປະທານ ອາຊຽນໄດ້ຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ”

ບົດຂຽນໄດ້  ຍ້ອງຍໍບັນດາມາດຕະການແຍກຫ່າງສັງຄົມ ຊື່ງລັດຖະບານຫວຽດນາມໄດ້ປະຕິບັດ ຢ່າງຂ້ຽວຂາດ ເພື່ອຄວບຄຸມໂລກລະບາດ.ໃນ 6 ມື້ ຜ່ານມາ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ 19 ລາຍໃຫມ່, ຍອດຈຳນວນຜູ້ຕິດເຊື້ອ ຍັງຄົງແມ່ນຕົວເລກ 268 ຄົນ,ໃນນັ້ນມີ  222 ຄົນໄດ້ຮັບການປິ່ນປົວຫາຍດີ ແລະບໍ່ມີກໍລະນີໃດເສຍຊີວິດ. ບົດຂຽນ ຍັງຄັດສະເຫນີເນື້ອໃນການໂອ້ລົມທາງໂທລະສັບລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄູ່ຕຳແຫນ່ງ ລັດເຊຍ MikhailMishustin  ໃນວັນທີ 22 ເມສາ, ການນຳສອງປະເທດ ໄດ້ເຕື້ອງເຖິງບັນດາແງ່ຫວັງເພີ່ມທະວີການຮ່ວມມືໃນການປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ 19 ແລະເນັ້ນຫນັກເຖິງການຊຸກຍູ້ການແລກປ່ຽນ ພົວພັນຕິດຕໍ່ລະຫວ່າງບັນດາຜູ້ຊ່ຽວຊານສາທາລະນະສຸກກໍ່ຄືລະຫວ່າງບັນດາຮາກຖານສາທາລະນະສຸກ ລັດເຊຍ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ