ສື່ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

(VOVWORLD) -ບົດຂຽນກໍ່ໄດ້ໃຫ້ຂໍ້ສັງເກດກ່ຽວກັບດ້ານເສດຖະກິດວ່າ ຫວຽດນາມໄດ້ຮັບມືກັບວິກິດການດີກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
ສື່ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ - ảnh 1ພົວລະເມືອງ ຫວຽດນາມກັບຄືປະເທດຈາກເຢຍລະມັນ (ພາບ: TTXVN)

ຫວ່າງແລ້ວນີ້, ໜັງສືພິມ Junge Welt ຂອງເຢຍລະມັນໄດ້ລົງບົດຂຽນໃຫ້ຂໍ້ສັງເກດວ່າ ການດຳລົງຊີວິດຂອງຊາວຫວຽດນາມ ໄດ້ກັບຄືນສູ່ສະພາບເກືອບຄືເປັນປົກກະຕິແລ້ວ ໃນຂະນະທີ່ ເສດຖະກິດບັນລຸໄດ້ຜົນເປັນບວກ ສ່ວນຫຼາຍຍ້ອນຄວາມຕ້ອງການພາຍໃນປະເທດ ແລະ ລະດັບການລົງທຶນສູງຂອງ ລັດຖະບານຕາມບົດຂຽນແລ້ວ, ໃນຂະນະທີ່ ອາເມລິກາ ປະກາດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ ແລະ ເສຍຊີວິດເພີ່ມອີກຢູ່ລະດັບສະຖິຕິໃນທຸກວັນ ແລະ ບັນດາປະເທດສະຫະພາບເອີລົບ (EU) ຕ້ອງຈັດວາງບັນດາມາດຕະການເຂັ້ມງວດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຊາວຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອໄດ້ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິແລ້ວ.

ບົດຂຽນກໍ່ໄດ້ໃຫ້ຂໍ້ສັງເກດກ່ຽວກັບດ້ານເສດຖະກິດວ່າ ຫວຽດນາມໄດ້ຮັບມືກັບວິກິດການດີກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ. ບົດຂຽນໄດ້ຄັດສະເໜີຂໍ້ມູນຂອງອົງການການຄ້າ ແລະ ການລົງທຶນ ເຢຍລະມັນ (GTAI) ໃຫ້ຮູ້ວ່າ ການເຕີບໂຕພື້ນຖານເສດຖະກິດ ຫວຽດນາມ ບັນລຸລະດັບເປັນບວກ 2,1% ໄລ່ຕາມມູນຄ່າຄວາມຈິງໃນ 3 ໄຕມາດ ຂອງປີ 2020 ເມື່ອທຽບໄສ່ກັບໄລຍະດຽວກັນຂອງ ປີ 2019 .

ຄຽງຄູ່ກັນນັ້ນ, ຂະແໜງອຸດສາຫະກຳເກີບ ແລະ ເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ, ເຊິ່ງໄດ້ປະສົບຄວາມຫຍຸ້ງຍາກ ໂດຍບັນດາຄຳສັ່ງປິດລ້ອມຢູ່ EU ແລະ ອາເມລິກາ ກໍ່ໄດ້ກັບຄືນສູ່ທີ່ຕັ້ງຂອງຕົນ ດ້ວຍການສົ່ງອອກຢ່າງແຮງໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ