ສື່ມວນຊົນເຢຍລະມັນຕີລາຄາສູງຜົນງານແຫ່ງການພັດທະນາເສດຖະກິດຂອງຫວຽດນາມ

(VOVWORLD) -ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ  G20 ປີນີ້ ໃນຖານະແຂກຖືກເຊີນ ແມ່ນປະທານ APEC. ຕາມການຕີລາຄາຂອງນັກການເມືອງ, ຜູ້ຊ່ຽວຊານ ແລະ ນັກຂ່າວ ເຢຍລະມັນຫລາຍທ່ານແລ້ວ,
ສື່ມວນຊົນເຢຍລະມັນຕີລາຄາສູງຜົນງານແຫ່ງການພັດທະນາເສດຖະກິດຂອງຫວຽດນາມ - ảnh 1 ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ

ຫວຽດນາມ ໄດ້ປະກອບສຽງເວົ້າສຳຄັນໃນບັນດາບັນຫາການຄ້າເສລີ ແລະ ການປ່ຽນແປງຂອງດິນຟ້າອາກາດ. ດ້ວຍບົດບາດເປັນປະທານ APEC 2017, ຫວຽດນາມ ມີຫລາຍຈຸດທີ່ຄ້າຍຄືກັນ ພ້ອມກັບປະເທດເຈົ້າພາບ ເຢຍລະມັນ ແບກຫາບຫນ້າທີ່ຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ອາຊີ ເອີລົບ. ຫນັງສືພິມ “ປະເທດເຢຍລະມັນໃຫມ່” ໄດ້ລົງພິມບົດຂຽນຂອງ ປອ Detlef Pries ດ້ວຍຫົວຂໍ້ວ່າ: “ຫວຽດນາມ ແມ່ນຄວາມອິດທິພົນຊື່ສຽງ”. ບົດຂຽນໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ແລະ ເປົ້າໝາຍພັດທະນາເສດຖະກິດ ສັງຄົມຂອງຫວຽດນາມ ທີ່ຍົກອອກໃນກອງປະຊຸມຂອງລັດຖະບານໃນ 6 ເດືອນຕົ້ນປີ 2017 ພ້ອມທັງສະແດງຄວາມປະທັບໃຈຕໍ່ຄາດໝາຍການຈະເລີນເຕີບໂຕ 6,7%ໃນປີ 2017 ຂອງຫວຽດນາມ.

“ຫວຽດນາມ ຢາກເພີ່ມທະວີການພົວພັນກັບ ເຢຍລະມັນ” ແມ່ນຫົວຂໍ້ຂອງບົດຂຽນ ຂອງສຳນັກຂ່າວສານເຢຍລະມັນ, ໃນນັ້ນ ເນັ້ນຫນັກລະດັບຄວາມສຳຄັນຂອງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ