ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດ​ນາມໃນການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເອີ​ລົບ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນໂລກ​ລະ​ບາດ Covid – 19

(VOVWORLD) -ສື່ມວນຊົນເຢຍລະມັນແລະເອີລົບໄດ້ລົງຂ່າວ, ຕີລາຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ໃນຂະນະນັ້ນ, ສະຖານທູດເຢຍລະມັນປະຈຳຫວຽດນາມ ກໍ່ໄດ້ສົ່ງຄຳຂອບໃຈຕໍ່ການກະທຳອັນສູງສົ່ງ ແລະ ດີງາມນີ້ຂອງຫວຽດນາມ.

ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດ​ນາມໃນການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເອີ​ລົບ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນໂລກ​ລະ​ບາດ Covid – 19 - ảnh 1ສະຖານທູດເຢຍລະມັນປະຈຳຫວຽດນາມ ເອົາຄຳຂອບໃຈຫວຽດນາມລົງໜ້າ Facebook ຂອງຕົນ

(ພາບ: ສະຖານທູດເຢຍລະມັນປະຈຳຫວຽດນາມ)

ໜັງສືພິມDeutsche Welleຂອງເຢຍລະມັນໃຫ້ຮູ້ວ່າລັດຖະບານຫວຽດນາມໄດ້ໜູນຊ່ວຍຜ້າອັດປາກ - ດັງ ຫຼາຍພັນອັນໃຫ້ແກ່ບັນດາປະເທດເອີລົບເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ. ຕາມບົດຂຽນແລ້ວ, ລັດຖະບານຫວຽດນາມໄດ້ມອບຜ້າອັດປາກ - ດັງຂ້າເຊື້ອ 550.000 ອັນໃຫ້ແກ່ຜູ້ຕາງໜ້າສະຖານທູດຂອງ 5 ປະເທດເອີລົບປະຈຳຫວຽດນາມ, ລວມມີເຢຍລະມັນ, ຝະລັ່ງ, ອີຕາລີ, ແອັດສະປາຍແລະອັງກິດ. ແລະໃນວັນດຽວກັນ, ຊ່ອງໂທລະພາບ euronews ຂອງເອີລົບ ກໍ່ໄດ້ລົງຂ່າວວ່ານອກຈາກ 5 ປະເທດເອີລົບດັ່ງກ່າວແລ້ວ, ຫວຽດນາມກໍ່ຍັງໄດ້ມອບຜ້າອັດປາກ - ດັງແລະອຸປະກອນການແພດໃຫ້ແກ່ບັນດາປະເທດຄືກຳປູເຈຍ, ລາວແລະຈີນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ