ສື່ມວນຊົນເຢຍລະມັນໃຫ້ຂ່າວຊາວຫວຽດນາມແຫ່ຂະບວນປະທ້ວງຄັດຄ້ານຈີນ ຢູ່ທະເລຕາເວັນອອກ

ສື່ມວນຊົນເຢຍລະມັນໃຫ້ຂ່າວຊາວຫວຽດນາມແຫ່ຂະບວນປະທ້ວງຄັດຄ້ານຈີນ ຢູ່ທະເລຕາເວັນອອກ - ảnh 1
ສື່ມວນຊົນເຢຍລະມັນໃຫ້ຂ່າວຊາວຫວຽດນາມ
ແຫ່ຂະບວນປະທ້ວງຄັດຄ້ານຈີນ
(ພາບ: NguyenDuc/vietnam+)

(vovworld) - ການ​ແຫ່​ຂະ​ບວນປະ​ທ້ວງ​​ໃນວັນ​ທີ 09/04 ຂອງ​ຊາວ ຫວຽດນາມ ຢູ່​ນະຄອນຫລວງ Berlin ສ.​ເຢຍລະ​ມັນ ​ແນ​ໃສ່​ຄັດຄ້ານ​ບັນດາ​ການ​ກະທຳຢ່າງ​ຜິດ​ກົດໝາຍ, ກະ​ຫາຍສົງຄາມ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່ສ້າງ​ຄວາມ​ສົນ​ໃຈ​​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ປະ​ເທດ​ປະຈຳ​ຖິ່ນ​ເທົ່າ​ນັ້ນ ຫາກຍັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາສ​ຳນັກ​ຂ່າວສານ​ໃຫຍ່​ຢູ່ ​ເຢຍລະ​ມັນ ອີກ​ດ້ວຍ. ບັນດາ​ສຳ​ນັກ​ຂ່າວສານ​​ໃຫຍ່​ເຊັ່ນ: RBB, Arte, ໜັງສືພິມ TAZ…​​ໄດ້ໃຫ້​ຂ່າວ ​ແລະ ຮູບພາບກ່ຽວ​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​. ຕາມ​ລາຍການ​ຂ່າວ​​ຂອງ​ຊ່ອງ​ໂທລະພາບ RBB ອອກ​ອາກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 09/04 ​ແລ້ວພາຍ​ຫລັງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ຕໍ່ໜ້າ​ສະຖານທູດ ຈີນ ປະຈຳ ​ເຢຍລະ​ມັນ ສິ້ນ​ສຸດ​ລົງ, ຂະ​ບວນ​ແຫ່​ຂະ​ບວນປະ​ທ້ວງ​ຂອງຊາວ ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ນັບ​ພັນ​ຄົນ ​ໄດ້ສະ​ແດງ​ຄວາມ​ຄັດຄ້ານ​ຕໍ່​ເລື່ອງ ຈີນ ​ເພີ່ມທະວີ​ບັນດາ​ການ​ເຄື່ອນ​ໄຫວ​ປັບປຸງ, ກໍ່ສ້າງ ​ແລະ ຫັນ​ບັນດາ​ເກາະ, ຫີນ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ທີ່ຂຶ້ນ​ກັບ​ອະທິປະ​ໄຕບໍ່​ສາມາດ​ໂຕ້​ຖຽງ​ກັນ​ໄດ້​ຂອງ ຫວຽດນາມ ​ເປັນ​ຖານ​ທີ່​ໝັ້ນ​ດ້ານ​ການ​ທະຫານ​ຢ່າງ​ຜິດ​ກົດໝາຍ. ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ສັນຕິພາບ​ຂອງ​ຊາວ ຫວຽດນາມ ຢູ່ Berlin ອີກ​ຄັ້ງ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກ​ຄີ ​ແລະ ນ້ຳ​ໃຈ​ຮັກ​ຊາດ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໃສ​ຢູ່​ຕ່າງປະ​ເທດ. ການ​ເຂົ້າ​ຮ່ວ​ມຂອງ​​ນັກ​ຂ່າວ​ບັນດາ​ສຳນັກ​ຂ່າວສານ​ໃຫຍ່​ຂອງ ​ເຢຍລະ​ມັນ ​ເປັນ​ຈຳນວນ​ຫລວງຫລາຍ ​ແລະ ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ​ໃນ​ການ​ແຫ່ຂະ​ບວນ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສັນຕິພາບ, ຮັກ​ຫອມ​ຄວາມ​ເປັນ​ທຳ ​ແລະ ​ເດັ​ດດ່ຽວ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ທີ່ຜິດ​ກົດໝາຍ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ