ສື່​ມວນ​ຊົນ​ເອ​ຢິບ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ. ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2020), ໃນລາຍການ “ເຫດການ ແລະ ສະຖານະການ” ຂອງສື່ເອເລັກໂຕນິກ Al-Ahram, ເຊິ່ງແມ່ນສື່ເອເລັກໂຕນິກທີ່ມີຊື່ສຽງຂອງເອຢິບ ສະບັບອອກໃນວັນທີ 31 ສິງຫາ, ນັກຂ່າວ Kamal Gaballa ໄດ້ເອົາລົງບົດຂຽນທີ່ມີຊື່ວ່າ: “ບັນດາຜົນງານອັນຍິ່ງໃຫຍ່ຂອງ ຫວຽດນາມໃນວັນສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ”.
ສື່​ມວນ​ຊົນ​ເອ​ຢິບ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ - ảnh 1ບົດຂຽນທີ່ມີຊື່ວ່າ: “ບັນດາຜົນງານອັນຍິ່ງໃຫຍ່ຂອງ ຫວຽດນາມໃນວັນສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ” ຂອງນັກຂ່າວ Kamal Gaballa

ຜູ້ຂຽນໄດ້ຫວນຄືນບັນດາຂີດໝາຍໃນໄລຍະ 75 ປີປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ ພ້ອມກັບບັນດາຜົນສຳເລັດອັນຍິ່ງໃຫຍ່ທາງດ້ານເສດຖະກິດ, ສັງຄົມ ແລະ ການຕ່າງປະເທດ. ຜູ້ຂຽນໄດ້ເນັ້ນໜັ້ກວ່າໃນໄລຍະປີ 2011 – 2020, ເສດຖະກິດມະຫາພາກຂອງຫວຽດນາມມີສະຖຽນລະພາບຢ່າງໝັ້ນຄົງ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ຮັກສາຢູ່ໃນລະດັບຕ່ຳ, ສ້າງສະພາບແວດລ້ອມ ແລະ ກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ສ່ວນການຕ່າງປະເທດ, ມາຮອດປັດຈຸບັນ, ຫວຽດນາມໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ. ປັດຈຸບັນ, ຫວຽດນາມພວມສວມບົດບາດນັບມື້ນັບສຳຄັນຢູ່ແຜນທີ່ການເມືອງ ແລະ ການຕ່າງປະເທດທົ່ວໂລກຜ່ານບົດບາດເປັນປະທານອາຊຽນ ແລະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ກໍ່ຄືການປະກອບສ່ວນຂອງກຳລັງຮັກສາສັນຕິພາບຂອງຫວຽດນາມ.

 ເທ໊ຫງວຽນ, ນັກຂ່າວ VOV ປະຈຳເອຢິບ

ຕອບກັບ

ຂ່າວ/ບົດ​ອື່ນ