ສື່ມວນຊົນເອີຣົບໃຫ້ຂໍ້ສັງເກດວ່າEVFTA ແມ່ນກາລະໂອກາດທາງດ້ານ ການເມືອງ ແລະ ການຄ້າຂອງຫວຽດນາມ

(VOVWORLD) -ໜັງສືພິມລາຍໃຫ່ຍຫຼາຍສະບັບຂອງ ເອີຣົບໄດ້ໃຫ້ຂ່າວ ແລະ ວິເຄາະກ່ຽວກັບຫວຽດນາມ ແລະ ສະຫະພາບເອຣົບຮ່ວມກັນລົງນາມ ສັນຍາການຄ້າເສລີ ແລະ ສົນທິສັນຍາອາລັກຂາການລົງທຶນຢູ່ ຮ່າໂນ້ຍ ໃນຕອນບ່າຍວັນທີ 30 ມິຖຸນາ.
ສື່ມວນຊົນເອີຣົບໃຫ້ຂໍ້ສັງເກດວ່າEVFTA ແມ່ນກາລະໂອກາດທາງດ້ານ ການເມືອງ ແລະ ການຄ້າຂອງຫວຽດນາມ - ảnh 1ສື່ມວນຊົນເອີຣົບໃຫ້ຂໍ້ສັງເກດກ່ຽວກັບ ການລົງນາມສັນຍາ EVFTA ລະຫວ່າງຫວຽດນາມ - ອີຢູ (ພາບ: vov.vn)

ໃນບົດຂ່າວອອກໃນຕອນບ່າຍ ວັນທີ 30 ມິຖຸນາ ຕາມເວລາ ປາຣີ, ຊ່ອງ BFM TV, ຊ່ອງໂທລະພາບຂ່າວສານ ອັນດັບ 1 ຢູ່ ຝຣັ່ງ, ໃຫ້ຂ່າວກ່ຽວກັບພິທີລົງນາມ ຢູ່ທີ່ ຮ່າໂນ້ຍ, ພ້ອມກັບຄຳເຫັນຂອງນັກຊ່ຽວຊານທາງດ້ານເສດຖະກິດຈຳນວນໜຶ່ງ ກ່ຽວກັບແງ່ຫວັງຂອງບັນດາວິສາຫະກິດເອີຣົບ ໃນການລົງທຶນດຳເນີນທຸລະກິດ ຢູ່ຫວຽດນາມໃນໄລຍະຈະມາເຖິງນີ້, ກໍ່ຄືການວິເຄາະໄຈ້ແຍກເຖິງຜົນປະໂຫຍດ ຂອງສົນທິສັນຍາສອງສະບັບຄືສົນທິສັນຍາການຄ້າເສລີ ແລະ ສົນທິສັນຍາອາລັກຂາ ການລົງທຶນ ເອຣົບ-ຫວຽດນາມ ຈະນຳມາໃຫ້ຫວຽດນາມ ແລະ ສິສາຫະກິດເອຣົບ.

        ແລະກໍ່ໃນວັນທີ 30 ມິຖຸນາ, ໜັງສືພິມLes Echos, ໜັງສືພິມເສດຖະກິດອັນດັບ 1 ຂອງ ຝຣັ່ງ, ກໍ່ໄດ້ລົງພິມບົດຂອງນັກຂຽນ Michel De Grandi, ດ້ວຍຫົວຂໍ້ທີ່ວ່າ “ ສັນຍາການຄ້າເສລີ ກັບ EU, ແມ່ນໜຶ່ງໃນໂອກາດ ດ້ານການເມືອງ ແລະ ການຄ້າທີ່ມີ ຕໍ່ກັບຫວຽດນາມ” ໃນບົດຂ່າວ ຍັງໄດ້ຕີລາຄາ ການລົງນາມກັບຄູ່ຮ່ວມມືໃຫ່ຍຄື EU ຈະຊ່ວຍໃຫ້ຫວຽດນາມ ມີອິດທິພົນທາງດ້ານການເມືອງຫຼາຍຂຶ້ນໃນປີ 2020,ເຊິ່ງເປັນປີ ທີ່ຫວຽດນາມເປັນ ສະມາຊິກບໍ່ປະຈຳ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດແລະ ດຳລົງຕຳແໜ່ງເປັນປະທານໝູນວຽນຂອງອາຊຽນ.

        ຂ່າວຄາວກ່ຽວກັບ ຫວຽດນາມ ແລະ EU ລົງນາມ ສັນຍາການຄ້າເສລີ ກໍ່ໄດ້ຮັບການລົງພິມໃນບັນດາໜັງສືພິມປະເທດຕ່າງໆຄື: ໜັງສືພິມ “ຜູ້ພິທັກ” (The Guardian) ຂອງ ອັງກິດ ຫຼືໜັງສືພິມ “ກະແສຄື້ນເຢຍລະມັນ”(DW) ຊຶ່ງໄດ້ຕີລາຄາລວມ ກ່ຽວກັບ ຫວຽດນາມ ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດ ຢູ່ເອີຣົບ ໃນຊຸມປີທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ