ສື່ມວນ​ຊົນ​ແບນ​ຊິກ: ການ​ຢ້ຽມ​ຢາມ​ຂອງ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ໄດ້ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ - ຫວຽດ​ນາມ

(VOVWORLD) -ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ເອີຣົບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ, ລາຊະອານາຈັກ ແບນຊິກ ແຕ່ວັນທີ 8 ຫາ ວັນທີ 9 ກັນຍາ. ຫຼາຍໜັງສືພິມທີ່ມີຄວາມໄວ້ວາງໃຈຂອງ ແບນຊິກ ເຊັ່ນ Brussels Times, EU Today…. ໄດ້ລົງຂ່າວ, ບົດ ຕີລາຄາກ່ຽວກັບການຢ້ຽມຢາມທີ່ສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ ເວົ້າສະເພາະ, ຫວຽດນາມ - ອີຢູ ເວົ້າລວມ ພັດທະນາຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ສື່ມວນ​ຊົນ​ແບນ​ຊິກ: ການ​ຢ້ຽມ​ຢາມ​ຂອງ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ໄດ້ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ - ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານນາງປະທານສະພາຕ່ຳ ແບນຊິກ  Elliance Tillieux ພ້ອມດ້ວຍບັນດາຜູ້ແທນ (ພາບ: TTXVN)

ບົດຂຽນ “ສາຍພົວພັນ ຫວຽດນາມ - ອີຢູ ຂຶ້ນສູ່ລະດັບສູງໃໝ່” ໄດ້ເອົາລົງໃນໜັງສືພິມ Brussels Times ໄດ້ຫວນຄືນວິວັດການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ ອີຢູ ກັບ ຫວຽດນາມ ໃນໄລຍະເວລາກວ່າ 30 ປີທີ່ຜ່ານມາ, ໃນນັ້ນ ບັນດາອົງການນິຕິບັນຍັດສອງຝ່າຍ ແມ່ນສວມບົດບາດສຳຄັນ. ຜູ້ຂຽນ ກໍໄດ້ເນັ້ນໜັກວ່າ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແມ່ນການນຳສູງຂັ້ນສູງທຳອິດຂອງ ຫວຽດນາມ ທີ່ເດີນທາງໄປປະຕິບັດງານຢູ່ເອີຣົບ ນັບແຕ່ຫຼັງກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV  ຢູ່ ຫວຽດນາມ. ການຢ້ຽມຢາມໄດ້ເປັນການປະກອບສ່ວນຢັ້ງຢືນແຜນນະໂຍບາຍສືບຕໍ່ຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນຮ່ວມມືກັບ ສະຫະພາບເອີຣົບ (ອີຢູ) ແລະ ແບນຊິກ ຂອງຄະນະການນຳຊຸດໃໝ່ຢູ່ ຫວຽດນາມ.

ໜັງສືພິມ EU Today ກໍໄດ້ລົງບົດຂຽນດ້ວຍຫົວຂໍ້ “ການພົວພັນ ອີຢູ - ຫວຽດນາມ - ແບນຊິກ: ທິດກ້າວເດີນໃໝ່ພາຍຫຼັງໂລກລະບາດ” ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການຮ່ວມມືລະຫວ່າງຫວຽດນາມ ກັບ ອີຢູ ເວົ້າລວມ ແລະ ແບນຊິກ ເວົ້າສະເພາະ. ຜູ້ຂຽນກໍໄດ້ໃຫ້ຂໍ້ສັງເກດວ່າ ການລົງນາມໃນສົນທິສັນຍາ EVFTA ແລະ ສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໄດ້ເປີດໜ້າສັງກາດໃໝ່ທີ່ສົດໃສໃຫ້ແກ່ສາຍພົວພັນຮ່ວມມືລະຫວ່າງ ອີຢູ, ແບນຊິກ ກັບ ຫວຽດນາມ. ຜູ້ຂຽນກໍໄດ້ຕີລາຄາວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ