ສື່ມວນ​ຊົນ​ແມ່ນ​ຊ່ອງ​ທາງຕີ​ລາ​ຄາ​ຄຸນ​ນະ​ພາບ​ທີ່​ເຕັມ​ໄປ​ດ້​ວຍ​ພູມ​ປັນ​ຍາ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​ຊາດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນວ່າບົດບາດສຳຄັນຂອງພື້ນຖານສື່ມວນຊົນ ຫວຽດນາມ ແມ່ນໄດ້ສະໜິດຕິດພັນບັນດາອົງການປະຊາຊົນເລືອກຕັ້ງ ກັບປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ
ສື່ມວນ​ຊົນ​ແມ່ນ​ຊ່ອງ​ທາງຕີ​ລາ​ຄາ​ຄຸນ​ນະ​ພາບ​ທີ່​ເຕັມ​ໄປ​ດ້​ວຍ​ພູມ​ປັນ​ຍາ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນຄ່ຳວັນທີ 9 ມິຖຸນາ, ຢູ່ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ, ໄດ້ດຳເນີນພິທີສະຫຼູບ ແລະ ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນ (ລາງວັນ ຢຽນຮົ່ງ) ຄັ້ງທີ 1 - ປີ 2023. ນີ້ແມ່ນເຫດການສຳຄັນ ທີ່ໄດ້ດຳເນີນກົງກັບເວລາຈັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV, ຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 75 ປີແຫ່ງວັນປະທານໂຮ່ຈີມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 - 11/6/2023) ແລະ ສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນ ຫວຽດນາມ (21/06/1925 - 21/06/2023) ໂດຍມີການເຂົ້າຮ່ວມຂອງ ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນວ່າບົດບາດສຳຄັນຂອງພື້ນຖານສື່ມວນຊົນ ຫວຽດນາມ ແມ່ນໄດ້ສະໜິດຕິດພັນບັນດາອົງການປະຊາຊົນເລືອກຕັ້ງ ກັບປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ທ່ານຢັ້ງຢືນວ່າສື່ມວນຊົນກໍ່ແມ່ນຊ່ອງທາງຕີລາຄາຄຸນນະພາບທີ່ເຕັມໄປດ້ວຍພູມປັນຍາ ແລະ ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ລາງວັນຢ້ຽນຮົງ ໄດ້ດຶງດູດຄວາມສົນໃຈຢ່າງກ້ວາງຂວາງຂອງປະຊາຊົນທຸກຊັ້ນຄົນ, ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາອົງການສື່ມວນຊົນທັງຢູ່ພາຍໃນ ແລະ ສາກົນ. ທ່ານກ່າວວ່າ:

ບັນດາຜົນງານເຂົ້າຮ່ວມການແຂ່ງຂັນ ແລະ ໄດ້ຮັບລາງວັນໃນມື້ນີ້ ແມ່ນຜົນສຳເລັດຂອງຄວາມສຸດຈິດສຸດໃຈ, ນ້ຳໃຈຮັບຜິດຊອບ, ຄວາມມັກຮັກອາຊີບ, ຄວາມເຊື່ອໝັ້ນ, ນ້ຳໃຈຈິງຈັງ ຂອງນັກຂ່າວສຳລັບບັນດາອົງການຕາງໜ້າຂອງ ປະຊາຊົນ. ຄວາມດຶງດູດໃຈ ແລະ ຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຂອງ ບັນດາຜົນງານທີ່ນັບມື້ນັບຢັ້ງຢືນໄດ້ການສະໜັບສະໜູນທີ່ໃຫຍ່ຫຼວງຂອງທົ່ວລະບົບການເມືອງ ແລະ ປະຊາຊົນທຸກທ້ວນໜ້າຕໍ່ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ບົນເສັ້ນທາງເກືອບເຄິ່ງສະຕະວັດຮ່ວມເດີນທາງພ້ອມກັບຊາດທີ່ສະຫງ່າລາສີພາຍໃຕ້ຄັນທຸງຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ