ສື່ມວນ​ຊົນ​ໂລກ​ອະ​ທິ​ບາຍ​ສາຍ​ເຫດ​ທີ່​ເສດ​ຖະ​ກິດ​ຫວຽດ​ນາມ​ເຕີບ​ໂຕ​ທາງບວກ

(VOVWORLD) -
  ສື່ມວນ​ຊົນ​ໂລກ​ອະ​ທິ​ບາຍ​ສາຍ​ເຫດ​ທີ່​ເສດ​ຖະ​ກິດ​ຫວຽດ​ນາມ​ເຕີບ​ໂຕ​ທາງບວກ - ảnh 1 (ພາບປະກອບ)

    ສື່ອອນລາຍ asiatimes.com ຫາກໍ່ມີບົດຂຽນຢືນຢັນວ່າ ຫວຽດນາມ ແມ່ນໜື່ງໃນຈຳນວນໜ້ອຍປະເທດໃນໂລກ ໄດ້ຮັບຮູ້ມີລະດັບການເຕີບໂຕເສດຖະກິດທາງບວກໃນປີ 2020 ໂດຍບໍ່ຫົວຊາຕໍ່ການຊຸດໂຊມດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນໃນທົ່ວໂລກ ຍ້ອນໂລກລະບາດໂຄວິດ 19, ພ້ອມທັງໄດ້ຊີ້ໃຫ້ເຫັນບັນດາປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດດັ່ງກ່າວຂອງຫວຽດນາມ.

   ບົດຂຽນໄດ້ຕີລາຄາວ່າ ຜົນສຳເລັດຂອງຫວຽດນາມ ແມ່ນໜ້າແປກປະຫຼາດໃຈ ຍ້ອນວ່າ ຍາມໃດລັດຖະບານກໍ່ຢືນຢັນວ່າ ບໍ່ໄດ້ຍົກບັນຫາຟື້ນຟູເສດຖະກິດ ເໜືອກ່ວາສຸຂະພາບຂອງປະຊາຊົນ. ຄວາມສາມາດຟື້ນຟູຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືໂລກ. ບົດຂຽນໄດ້ຄັດສະເໜີບົດລາຍງານຫຼ້າສຸດຂອງກອງທຶນເງິນຕາສາກົນ (IMF)  ຊື່ງຄາດວ່າ GDP ຂອງຫວຽດນາມ ໃນປີ 2020 ຈະເພີ່ມຂຶ້ນ 2,4% ແລະ ຈະສືບຕໍ່ຟື້ນຟູຢ່າງແຮງໃນປີ 2021 ດ້ວຍລະດັບການເຕີບໂຕແມ່ນ 6,5%.

ຕອບກັບ

ຂ່າວ/ບົດ​ອື່ນ