ສື່ມວນ​ຊົນ​ໂອ​ຕາ​ລິດ: ໃນ​ປີນີ້ AstraZeneca ຈະ​ມີ​ວັກ​ຊິນ​ກັນ​ເຊື້ອ​ໄວ​ຣັດປ​່ຽນ​ພັນຈາກ SARS – CoV – 2

(VOVWORLD) -ທ່ານນາງ Sarah Walters, ຜູ້ອຳນວຍການສາຂາ AstraZeneca ປະຈຳ ໂອຕາລິດ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ບັນດາບົດຄົ້ນຄ້ວາໄດ້ສະແດງໃຫ້ເຫັນວ່າ ວັນຊິນໃນປັດຈຸບັນຂອງ AstraZeneca ມີປະສິທິຜົນບໍ່ຫຼາຍປານໃດໃນການປ້ອງກັນ, ສະກັດກັ້ນ ເຊື້ອໄວຣັດ ປ່ຽນພັນດັ່ງກ່າວ.
ສື່ມວນ​ຊົນ​ໂອ​ຕາ​ລິດ: ໃນ​ປີນີ້ AstraZeneca ຈະ​ມີ​ວັກ​ຊິນ​ກັນ​ເຊື້ອ​ໄວ​ຣັດປ​່ຽນ​ພັນຈາກ SARS – CoV – 2 - ảnh 1ວັກຊິນກັນໂຄວິດ - 19 ຂອງບໍລິສັດ AstraZeneca (ພາບ: TTXVN)

ທ້າຍປີນີ້, AstraZeneca ຈະມີວັກຊິນກັນໂຄວິດ - 19 ຊະນິດປັບປຸງໃໝ່ທີ່ຕ້ານເຊື້ອໄວຣັດປ່ຽນພັນຈາກ SARS – CoV – 2 ທີ່ເກີດຂຶ້ນຢູ່ ອາບຟຼິກກາໃຕ້. ນີ້ແມ່ນຄຳຢັ້ງຢືນຂອງເຈົ້າໜ້າທີ່ບໍລິສັດການຢາ AstraZeneca ໃນການຕອບສຳພາດຕໍ່ນັກຂ່າວຂອງ ສື່ມວນຊົນໂອຕາລິດໃນວັນທີ 18 ເມສາ.

ທ່ານນາງ Sarah Walters, ຜູ້ອຳນວຍການສາຂາ AstraZeneca ປະຈຳ ໂອຕາລິດ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ບັນດາບົດຄົ້ນຄ້ວາໄດ້ສະແດງໃຫ້ເຫັນວ່າ ວັນຊິນໃນປັດຈຸບັນຂອງ AstraZeneca ມີປະສິທິຜົນບໍ່ຫຼາຍປານໃດໃນການປ້ອງກັນ, ສະກັດກັ້ນ ເຊື້ອໄວຣັດ ປ່ຽນພັນດັ່ງກ່າວ. ຕາມທ່ານນາງ Walters, ປັດຈຸບັນ AstraZeneca ແລະ ມະຫາວິທະຍາໄລ Oxford ໄດ້ເລີ່ມວິວັດການຫັນປ່ຽນວັນຊິນ ແນໃສ່ຕ້ານ ເຊື້ອໄວຣັດປ່ຽນພັນຈາກ SARS – CoV – 2 ຢູ່ອາບຟຼິກກາໃຕ້ ແລະ ຖ້າມີຄວາມຈຳເປັນ, ສອງຝ່າຍອາດຈະມີວັກຊິນໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ