ສື່ມວນຊົນໄທຕີລາຄາສູງເລື່ອງຫວຽດນາມດ້ວຍບົດບາດເປັນປະເທດເຈົ້າພາບ APEC 2017

(VOVWORLD) -ວັນທີ 31 ຕຸລາ, ໜັງສືພິມ Bangkok Post ຂອງໄທ ໄດ້ລົງພິມບົດວິເຄາະກ່ຽວກັບບົດບາດຂອງຫວຽດນາມ ໃນຖານະເປັນປະເທດເຈົ້າພາບຂອງກອງປະຊຸມຂັ້ນສູງເວທີປາໄສເສດຖະກິດອາຊີ - ປາຊີຟິກ (APEC) 2017, ເຊິ່ງຈະດຳເນີນຢູ່ດ່ານັ້ງ ໃນລະຫວ່າງວັນທີ 06 – 11 ພະຈິກ.
ສື່ມວນຊົນໄທຕີລາຄາສູງເລື່ອງຫວຽດນາມດ້ວຍບົດບາດເປັນປະເທດເຈົ້າພາບ APEC 2017 - ảnh 1 (ພາບປະກອບ:baoquocte.vn)

ຕາມບົດວິເຄາະແລ້ວ, ພາຍຫຼັງ 3 ທົດສະວັດປະຕິຮູບເສດຖະກິດ, ກອງປະຊຸມຂັ້ນສູງ APEC ຄັ້ງນີ້ ຖືກດຳເນີນຢູ່ຫວຽດນາມ ແມ່ນມີຄວາມສຳຄັນອັນໃຫຍ່ຫຼວງທາງດ້ານເສດຖະກິດ ແລະ ຍຸດທະສາດໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ. ບົດວິເຄາະ ໄດ້ຊີ້ອອກ 4 ຄາດໝາຍຕົ້ນຕໍ່ຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນ: ກຳແໜ້ນກາລະໂອກາດພົບປະກັບບັນດາການນຳຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ເພື່ອຊຸກຍູ້ວິວັດການຮ່ວມມືໃຫ້ມີຜົນສັກສິດ ແລະ ມີປະສິດທິຜົນກວ່າອີກ; ສືບຕໍ່ບັນດາຄວາມມານະພະຍາຍາມເພື່ອຫຼຸດຜ່ອນຮົ້ວກີດຂວາງທາງດ້ານການຄ້າ ແລະ ເພີ່ມທະວີການຫັນການລົງທຶນເປັນເສລີ; ຍາດແຍ່ງກາລະໂອກາດຈັດຕັ້ງ APEC ເພື່ອຊຸກຍູ້ການຄ້າ 2 ຝ່າຍກວ່າອີກແນໃສ່ເປີດກວ້າງການສົ່ງອອກ ແລະ ດຶງດູດການລົງທຶນ; ສຸດທ້າຍແມ່ນ, ດ່ານັ້ງ ໄດ້ຮັບຖືວ່າແມ່ນນະຄອນທ່າກ່ຳປັ່ນທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ ແລະ ໄດ້ຮັບຖືວ່າແມ່ນສະຖານທີ່ເຊື່ອມຕໍ່ອາຊີຕາເວັນອອກສ່ຽງໃຕ້ ກັບເຂດພາກຍັງເຫຼືອຂອງໂລກໃນອະນາຄົດ. ຄຽງຂ້າງການຮ່ວມມືດ້ານເສດຖະກິດ, ກອງປະຊຸມຂັ້ນສູງ APEC ຄັ້ງນີ້ກໍ່ນຳມາເຊິ່ງກາລະໂອກາດໜຶ່ງດ່ຽວ. ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ຮັບຖືວ່າ ຈະຊຸກຍູ້ການເຈລະຈາລະຫວ່າງ 11 ປະເທດຍັງເຫຼືອໃນ TPP, ຊອກຫາບັນດາຄຳໝັ້ນສັນຍາກວ່າອີກ, ເພື່ອໃຫ້ຂໍ້ຕົກລົງດ້ານການຄ້າໄດ້ຮັບການສືບຕໍ່, ນັບທັງບໍ່ມີການເຂົ້າຮ່ວມຂອງອາເມລິກາ. ບົດຂຽນໄດ້ເນັ້ນໜັກເຖິງຜົນສຳເລັດຂອງກອງປະຊຸມຂັ້ນສູງ APEC ຈະຊ່ວຍເພີ່ມທະວີບົດບາດນຳໜ້າຂອງຫວຽດນາມ ໃນກອງປະຊຸມຂັ້ນສູງອາຊຽນ ຖືກດຳເນີນຫຼັງຈາກນັ້ນ. ຫວຽດນາມ ພວມກະກຽມໃຫ້ຕຳແໜ່ງປະທານອາຊຽນ ໃນປີ 2020, ຮັບປະກັນໃຫ້ກຸ່ມນີ້ຈະສົມທົບກັນເພື່ອແນໃສ່ເພີ່ມທະວີບົດບາດຫຼັກແຫຼ່ງຂອງອາຊຽນ ແລະ ບັນດາການພົວພັນກັບພາຍນອກ, ກໍ່ຄືບັນດາການເຄື່ອນໄຫວສ້າງປະຊາຄົມ ດ້ວຍວິທີຮັດແຄບຊ່ອງຫວ່າງລະຫວ່າງບັນດາສະມາຊິກເກົ່າ ແລະ ໃໝ່ຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ