ສົມເດັດພະເທບພະຣັດຣາຊະສຸດາຣາຊະອານາຈັກໄທສະເໜີປື້ມພາບກ່ຽວກັບຫວຽດນາມ

ສົມເດັດພະເທບພະຣັດຣາຊະສຸດາຣາຊະອານາຈັກໄທສະເໜີປື້ມພາບກ່ຽວກັບຫວຽດນາມ - ảnh 1
ສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ ຣາ​ຊະ​ອານາຈັກ​ໄທ (ເບື້ອງຊ້າຍ)
(ພາບ: thanhnien.vn)

 (vovworld) –  ວັນ​ທີ 28/5, ສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ ຣາ​ຊະ​ອານາຈັກ​ໄທ ໄດ້​ລົງ​ຢ້ຽມຢາມ​ສະຖານທູດ ຫວຽດນາມ  ປະຈຳ​ໄທ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເໜີ​ປື້​ມພາບ​ດ້ວຍ​ຊື່ວ່າ: “ຫວຽດນາມ ຜ່ານ​ກ້ອງຖ່າຍຮູບ​ຂອງ​ ສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ນອນ​ໃນ​ບັນດາ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ (6/8/1976 – 6/8/2016). ປື້​ມພາບ​ “ຫວຽດນາມ ຜ່ານ​ກ້ອງ​ຖ່າຍຮູບຂອງ​ ສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ” ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ​​ໄທ​ຮຽບຮຽງ​ທີ່​ໄດ້ເຕົ້າ​ໂຮມຮູບ​ຖ່າຍ​ທີ່​ສວຍງາມກ່ຽວ​ກັບ ຫວຽດນາມ 100 ​ແຜ່ນ​. ​ໃນ​ນັ້ນ​ມີ 60 ​ແຜ່ນ​​ໂດຍສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ ຖ່າຍຮູບ​ເອງ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ຕ່າງໆ​ແຕ່​ປີ 1993 – 2015 ພ້ອມ​ກັບ​ບັນດາ​ຮູບ​​ເອກະ​ສານ​ທີ່​ລຳ້​ຄ່າ​ອື່ນໆ​ກ່ຽວ​ກັບ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະຫວ່າງສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ ​ໄທ ກັບ​ການ​ນຳ ຫວຽດນາມ ​ແລະ ບັນດາ​ການ​ຢ້ຽມຢາມ​ຂອງ ສົມເດັດ​ພະ​ເທບ ​ພະ​ຣັດ​ຣາ​ຊະສຸດາ ​ໄທ ​ໄປ​ຍັງ​ບັນດາ​​ທັດ​ສະ​ນີຍະ​ພາບ, ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ, ວັດທະນະທຳ ຫວຽດນາມ.

                                               


ຂ່າວ/ບົດ​ອື່ນ