ສຸມ​ແຫຼ່ງ​ກຳ​ລັງ​ ແລະ​ ເປັ​ນ​ເຈົ້າ​ການ​ຜະ​ລິດ​ຊຸດ​ວິ​ໄຈ ​ເຊື້ອ​ໄວ​ຣັດ SARS-CoV-2

(VOVWORLD) -ຫວຽດນາມບໍ່ຄວນເອື່ອຍອີງໃສ່ແຫຼ່ງສະໜອງຊຸດ test ຈາກຕ່າງປະເທດໄດ້, ແຕ່ຕ້ອງເປັນເຈົ້າການໃນການຜະລິດ ຊຸດ test ຢັ້ງຢືນຜູ້ຕິດເຊື້ອໂຄວິດ - 19 ເອົາເອງ ກໍຄື ບັນດາຢາຊີວະພາບອື່ນ ເພື່ອຮັບໃຊ້ວິວັດການວິໄຈ. 
ສຸມ​ແຫຼ່ງ​ກຳ​ລັງ​ ແລະ​ ເປັ​ນ​ເຈົ້າ​ການ​ຜະ​ລິດ​ຊຸດ​ວິ​ໄຈ ​ເຊື້ອ​ໄວ​ຣັດ SARS-CoV-2 - ảnh 1ພະນັກງານສູນຄວບຄຸມໂລກລະບາດແຂວງດ້ຽນບຽນ ເອົາຕົວຢ່າງຜູ້ຖືກສົງໄສຕິດເຊື້ອໄວຣັດ SARS-CoV-2 (ພາບ: TTXVN)

ທີ່ກອງປະຊຸມເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຫວຽດນາມ ໄດ້ດຳເນີນການທົດລອງ ແລະ ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ດ້ວຍຊຸດວິໄຈຫຼາຍປະເພດ, ໃນນັ້ນມີຊຸດ test ຂອງເຢຍລະມັນ, ເຊິ່ງເປັນປະເພດທີ່ອົງການອະນາໄມໂລກອຸປະຖຳ ແລະ ແນະນຳໃຫ້ນຳໃຊ້...

ໃນສະພາບການໂລກລະບາດພວມຜັນແປຢ່າງສັບສົນໃນທົ່ວໂລກ, ຫວຽດນາມບໍ່ຄວນເອື່ອຍອີງໃສ່ແຫຼ່ງສະໜອງຊຸດ test ຈາກຕ່າງປະເທດໄດ້, ແຕ່ຕ້ອງເປັນເຈົ້າການໃນການຜະລິດ ຊຸດ test ຢັ້ງຢືນຜູ້ຕິດເຊື້ອໂຄວິດ - 19 ເອົາເອງ ກໍຄື ບັນດາຢາຊີວະພາບອື່ນ ເພື່ອຮັບໃຊ້ວິວັດການວິໄຈ.  ປັດຈຸບັນ, ຊຸດ test kit ໂດຍສະຖາບັນເສນາຮັກ ສົມທົບກັບບໍລິສັດ ຫວຽດນາມ - ອາຊີ ຄົ້ນຄວ້າ ແລະ ໄດ້ຮັບການຕີລາຄາວ່າ ດີທີ່ສຸດ ແລະ ແມ່ນມາດຕະການທີ່ມີຄວາມເປັນໄປໄດ້ສູງຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ. ຕາມການຕີລາຄາຂອງບັນດາອົງການວິຊາສະເພາະ ແລ້ວ, ຊຸດ kit test ນີ້ ຈະໃຫ້ໝາກຜົນການທົດລອງຖືກຕ້ອງເຖິງ 90%.

ບັນດາສະຖາບັນຄົ້ນຄວ້າພາຍໃນປະເທດ ໄດ້ ແລະ ກຳລັງຜັນຂະຫຍາຍບັນດາໜ່ວຍງານຄົ້ນຄວ້າບັນດາຜະລິດຕະພັນອື່ນ ເພື່ອຊອກຫາໄດ້ຊຸດ test ເຊື້ອໄວຣັດ SARS-CoV-2 ທີ່ເໝາະສົມກັບເງື່ອນໄຂຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ