ສຸມແຫຼ່ງກຳລັງພັດທະນາເສດຖະກິດ-ສັງຄົມ,ແກ້ໄຂບັນດາບັນຫາເຄັ່ງຮ້ອນໃນປະຈຸບັນ

ສຸມແຫຼ່ງກຳລັງພັດທະນາເສດຖະກິດ-ສັງຄົມ,ແກ້ໄຂບັນດາບັນຫາເຄັ່ງຮ້ອນໃນປະຈຸບັນ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ພິທີ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –​ ພາຍຫຼັງ​ເຮັດວຽກ​ຢ່າງ​ຮີບ​ດ່ວນ ​ແລະ ​ເຂັ້ມ​ງວດມາເປັນ​ເວ​ລາ 4 ວັນ​, ຕອນ​ບ່າຍ​ວັນ​ທີ 7/7, ກອງ​ປະຊຸມ​ຄັ້ງ​ທີ 3 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 12 ​ໄດ້​ສຳ​ເລັດ​ລາຍການ​ເຮັດ​ວຽກ​ທີ່​ໄດ້​ວາງ​ອອກ. ​ໃນ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ວາລະ​ອັດ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນ​ວ່າ: ​ໃນ​ຊຸມ​ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ, ປະກອບ​ຫຼາຍ​ຄຳ​ເຫັນ​ສຳຄັນ​ເຂົ້າ​ໃນ​ຮ່າງ​ເອກະສານ ​ແລະ ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ. ກົມ​ການ​ເມືອງ​ໄດ້​ຮັບ​ເອົາ​ບັນດາ​ຄຳ​ເຫັນ​ຢ່າງ​ຊັດ​ເຈນ ​ແລະ ​​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ສູງ​ຮັບຮອງ​ເອົາ​ມະຕິ​ຂອງ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ຄະນະ​ບໍລິຫານ​ງານ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ຄະນະ​ກຳມະການ​ກວດກາ​ສູນ​ກາງ ຊຸ​ດທີ 12, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ກຳນົດ​​ປະ​ຕິ​ບັດ​ກົດ​ລະບຽບ​ຂອງ​ພັກ, ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ແລະ ກົດ​ວິ​ໄນ​ຂອງພັກ. ຄະນະ​ບໍລິຫານ​ງານ​ສູນ​ກາງ ​ກໍ່​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​​ເອກະ​ພາບ​ສູງ​ກ່ຽວ​ກັບ​ການ​ແນະນຳ​ບຸກຄະລາ​ກອນ​ເຂົ້າ​ບັນດາ​ຕຳ​ແໜ່​ງການ​ນຳ​ອົງການ​ຂອງ​ລັດ​ອາຍຸ​ການ 2016 – 2021 ​ເພື່ອ​ຢື່ນສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມ​ັນຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸ​ດທີ 14 ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ, ປະກອບ​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບບັນດາ​ວຽກ​ງານ​ສຳຄັນ​ທີ່​ກົມ​ການ​ເມືອງ​ໄດ້​ແກ້​ໄຂ​ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ທີ 2 ຮ​ອດກອງ​ປະຊຸ​ມຄັ້ງ​ທີ 3 ​ແລະ ບາງ​ບັນຫາ​ສຳ​ຄັນ​ອື່ນໆ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

“​ເພື່ອ​ປະຕິບັດ​ສຳ​ເລັດ​ຄາດໝາຍ​, ໜ້າ​ທີ່ 6 ​ເດືອນ ທ້າຍ​ປີ ​ແລະ ທັງ​ປີ 2016 ຕາມ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ. ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ, ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ເຮັ່ງ​ໃນ​ປະຈຸ​ບັນ, ສຸມ​ກຳລັງ​ພັດທະນາ​ເສດຖະກິດ - ສັງຄົມ; ປະຕິບັດ 3 ບຸກທະລຸ​ຍຸດ​ທະ​ສາດ​ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນດາ​ຫາ​ສ້າງໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ໃຫ້​ດີ; ສ້າງ​ໂຄງ​ປະກອບ​ງົບປະມານ​​ແຫ່ງ​ລັດຄືນ​ໃໝ່, ​ແກ້​ໄຂ​ໜີ້​ເສຍ ​ແລະ ຮັບປະກັນ​ຄວາມ​ໝັ້ນທ່ຽງຂອງ​ໜີ​ສາທາລະນະ; ​ເພີ່ມ​ທະວີ​ການ​ກໍ່ສ້າງ, ປັບປຸງ​ພັກ, ຍູ້​ແຮງ​ການ​ຕໍ່ສູ້​ຄວບ​ຄຸມ​ການ​ສໍ້​ລາດ​ບັງ​ຫຼວງ; ການ​ຟູມ​ເຟືອຍ, ອາດຍາ​ສິດ; ​ເດັດ​ດຽວ, ຍືດໝັ້ນ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ພ້ອມ​ທັງ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ “.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ໄດ້​ສະ​ເໜີ​ບັນດາ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ຄວນ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຕົນ​​ແຮງກວ່າ​ອີກ, ພ້ອມ​ກັບ​ຄະນະກຳມະການ​ພັກ​ຊີ້​ນຳນຳພາ ​ແລະ ​ຈັດ​ຕັ້ງການ​ປະຕິບັດ​ບັນດາ​ໜ້າ​ທີ່​​ເຊິ່ງໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

 

ຂ່າວ/ບົດ​ອື່ນ