ສຸມ​ແຫຼ່ງ​ກຳ​ລັງ​ເພື່ອ​ສ້າງ​ສຳ​ເລັດ​ບັນ​ດາ​ແຜນ​ຜັ​ງ​ສຳ​ຄັນ​ໂດຍ​ໄວ

(VOVWORLD) -  ວັນທີ 30 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ໃຊ້ເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງນັບແຕ່ເມື່ອກົດໝາຍວ່າດ້ວຍການວາງແຜນຜັງມີຜົນສັກສິດ (ໃນປີ 2019). ນີ້ແມ່ນການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດຕໍ່ກັບວຽກງານວາງແຜນຜັງໃນໄລຍະຜ່ານມາ.
ສຸມ​ແຫຼ່ງ​ກຳ​ລັງ​ເພື່ອ​ສ້າງ​ສຳ​ເລັດ​ບັນ​ດາ​ແຜນ​ຜັ​ງ​ສຳ​ຄັນ​ໂດຍ​ໄວ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ຫງວຽນຫາຍແອັງ, ສະມາຊິກສະພາແຫ່ງຊາດແຂວງດົ່ງທາບ ຕີລາຄາວ່າ:

        “ນັບແຕ່ເມື່ອປະກາດໃຊ້, ກົດໝາຍວ່າດ້ວຍການວາງແຜນຜັງໄດ້ກຳນົດທິດຢ່າງຈະແຈ້ງວິທີສຳຜັດ ແລະ ເນື້ອໃນວາງແຜນຜັງບົນພື້ນຖານສ້າງໂຄງປະກອບການພັດທະນາຄືນໃໝ່ ເພື່ອແນໃສ່ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອສ້າງກຳລັງໜູນ ແລະ ກຳລັງພັກດັນພັດທະນາໃໝ່ໃຫ້ແກ່ປະເທດຊາດ ແລະ ທ້ອງຖິ່ນ. ປັດຈຸບັນ, ລັດຖະບານ ໄດ້ກະກຽມເອກະສານວາງແຜນຜັງສັງລວມແຫ່ງຊາດເພື່ອຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນປີ 2022”.

        ເພື່ອໃຫ້ວຽກງານວາງແຜນຜັງເສີມຂະຫຍາຍປະສິດທິຜົນຢ່າງສູງສຸດໃນການພັດທະນາເສດຖະກິດ - ສັງຄົມນັ້ນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານສະເໜີວ່າ ການວາງແຜນຜັງຕ້ອງຮັບປະກັນລັກສະນະກົມກ່ຽວລະຫວ່າງຄວາມຮຽກຮ້ອງພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ມີຄວາມດຸ່ນດ່ຽງບັນດາແຫຼ່ງກຳລັງເພື່ອປະຕິບັດສໍາເລັດແຜນຜັງສຳຄັນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ