ສຸມໃສ່ກໍ່ສ້າງຟຸ໋ອຽນກາຍເປັນທ້ອງຖິ່ນພັດທະນາທີ່ດີຂອງເຂດແຄມທະເລຕອນໃຕ້ພາກກາງ

ສຸມໃສ່ກໍ່ສ້າງຟຸ໋ອຽນກາຍເປັນທ້ອງຖິ່ນພັດທະນາທີ່ດີຂອງເຂດແຄມທະເລຕອນໃຕ້ພາກກາງ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
 ​ເຮັດ​ວຽກ​ ກັບ​ການ​ນຳ​ແຂວງ ຟຸ໋ອຽນ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) -  ສຸມ​ໃສ່​ກໍ່ສ້າງ​ ຟຸ໋ອຽນ ​ກາຍ​ເປັນ​ທ້ອງ​ຖິ່ນ​ພັດທະນາ​ທີ່​ດີຂອງ​​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ທີ່​ການ​ເຮັດ​ວຽກ​ໃນ​ວັນ​ທີ 27/06 ກັບ​ການ​ນຳ​ແຂວງ ຟຸ໋ອຽນ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ລະບົບ​ການ​ເມືອງ​ປີ 2015 ​ແລະ 6 ​ເດືອນ​ຕົ້ນ​ປີ 2016. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຖື​ວ່າ: ​ເພື່ອ​ໃຫ້​ແຂວງ ຟຸ໋ອຽນ ສາມາດ​ບັນລຸ​ໄດ້​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່, ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ລະບົບ​ການ​ເມືອງ​ໄລຍະ​ປີ 2015 – 2020 ​ເຊິ່ງ​ແຂວງ​ໄດ້​ວາ​ງອອກ, ຟຸ໋ອຽນ ຄວນ​ສຸມ​ໃສ່​ພັດທະນາ​ອຸດສາຫະກຳ - ກໍ່ສ້າງ, ​ເປັນ​ຕົ້ນ​ແມ່ນ ຂະ​ແໜງ​ການ​ທີ່​ມີ​ທ່າ​ແຮງ​ແກ່ງ​ແຍ້​ງຈຳນວນ​ໜຶ່ງ​ຄື: ອຸດສາຫະກຳ​ໜູນ​ຊ່ວຍ, ພະລັງງານ​ສະອາດ, ການ​ປຸງ​ແຕ່ງຜະລິດ​ຕະພັນກະສິກຳ, ປ່າ​​ໄມ້, ສິນ​ໃນ​ນ້ຳ; ພ້ອມກັນ​ນັ້ນ ທາງ​ແຂວງ​ຄວນ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ...ແຂວງ ຟຸ໋ອຽນ ຄວນ​ສຸມ​ໃສ່ການ​ກໍ່ສ້າງ​ເຂດ​ເສດຖະກິດທາງ​ທິດ​ໃຕ້ຂອງ​ແຂວງ ຟຸ໋ອຽນ ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸ​ມອຸດສາຫະກຳ, ທ່າ​ກ່ຳ​ປ່ັນ​ໃຫຍ່​ຂອງ​ເຂດ​ແຄມ​ທະ​ເລ​ທາງ

ທິດ​ໃຕ້​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ. ກ່ຽວ​ກັບ​ໜ້າ​ທີ່​ການ​ພັດທະນາ​ກະ​ສິກຳ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຮຽກຮ້ອງ​ແຂວງ​ ຟຸ໋ອຽນ ຄວນ​ສົ່ງ​ເສີມ​ໜູນ​ໃຊ້​ບັນດາ​ຄວາມ​ກ້າວໜ້າດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບດ້ານ​ກະສິກຳ - ປ່າ​ໄມ້ - ສິນ​ໃນ​ນ້ຳ.

ຂ່າວ/ບົດ​ອື່ນ