ສຸມໃສ່ຊຸກຍູ້ 3 ກຳລັງໜູນແກ່ການເຕີບໂຕ, ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທີ່ຄ້າງຄາໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ

(VOVWORLD) -ຕອນເຊົ້າວັນທີ 9 ກັນຍານີ້, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ລັດຖະບານໄດ້ດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນ 8.
ສຸມໃສ່ຊຸກຍູ້ 3 ກຳລັງໜູນແກ່ການເຕີບໂຕ, ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທີ່ຄ້າງຄາໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ

     ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: 8 ເດືອນຜ່ານມາ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ອັດຕາເງິນເຟີ້ຖືກຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້, ການດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ອັດຕາເງິນເຟີ້ສືບຕໍ່ທ່າອ່ຽງຫຼຸດລົງ; ການນຳເຂົ້າແລະສົ່ງອອກສືບຕໍ່ເພີ່ມຂຶ້ນອີກ. ໃນເດືອນສິງຫາ, ການສົ່ງອອກບັນລຸລະດັບເຕີບໂຕ 7,7% ເມື່ອທຽບໃສ່ເດືອນກໍລະກົດ, ການນໍາເຂົ້າບັນລຸລະດັບເຕີບໂຕ 5,7%; ມູນຄ່າການສົ່ງອອກເກີນດຸ່ນບັນລຸ 3,8 ຕື້ USD. ສະຫຼຸບລວມໃນ 8 ເດືອນຕົ້ນປີ, ການສົ່ງອອກບັນລຸ 227,7 ຕື້ USD, ໃນນັ້ນມູນຄ່າສົ່ງອອກເກີນດຸ່ນ ບັນລຸກວ່າ 20,2 ຕື້ USD. ຍອດມູນຄ່າການສົ່ງອອກຜະລິດຕະພັນກະເສດໃນ 8 ເດືອນຕົ້ນປີບັນລຸ 33,2 ຕື້ USD. ລວມຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸ 18,15 ຕື້ USD, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

  ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຊີ້ແຈ້ງບັນດາໜ້າທີ່ສຳຄັນ ແລະ ວິທີແກ້ໄຂໃນເດືອນກັນຍາ ແລະ ຊຸມເດືອນທີ່ຍັງເຫຼືອຂອງປີນີ້, ໃນນັ້ນໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ ແລະ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ສິ່ງທີ່ຄ້າງຄາໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ. ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ຮັບປະກັນການໜູນຊ່ວຍສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ສຸມໃສ່ຊຸກຍູ້ 3 ກຳລັງໜູນແກ່ການເຕີບໂຕ ຄື:

      ທີໜຶ່ງ, ກ່ຽວກັບການລົງທຶນ: ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ, ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ບັນດາໂຄງການເປົ້າໝາຍແຫ່ງຊາດ.

    ທີສອງ, ກ່ຽວກັບການສົ່ງອອກ: ຮັກສາ ແລະ ປັບປຸງບັນດາຕະຫຼາດດັ້ງເດີມ ແລະ ຕັ້ງໜ້າເປີດກ້ວາງ ບັນດາຕະຫຼາດໃໝ່; ຍົກສູງຄຸນນະພາບ ຜະລິດຕະພັນ ແລະ ການບໍລິການທີ່ສາມາດຕອບສະໜອງບັນດາເງື່ອນໄຂ ແລະມາດຕະຖານໃໝ່

ທີສາມ, ກ່ຽວກັບການບໍລິຫານນະໂຍບາຍປີການເງິນ ແລະ ເງິນຕາ: ຕ້ອງສືບຕໍ່ປະຕິບັດນະໂຍບາຍການເງິນຢ່າງເປັນເຈົ້າການ, ຄ່ອງຕົວ, ທັນການ ແລະ ມີປະສິດທິຜົນ;

  ນອກນີ້, ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ສຸມໃສ່ພັດທະນາບັນດາຂະແໜງການທີ່ສຳຄັນຄື: ອຸດສາຫະກຳ, ກະສິກຳ, ການບໍລິການ, ການທ່ອງທ່ຽວ. ສືບຕໍ່ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄ້າງຄາ, ປະຕິຮູບລະບຽບການບໍລິຫານ ແລະ ຫັນເປັນດິຈິຕອນ; ສຸມໃສ່ພັດທະນາຂົງເຂດວັດທະນະທຳ-ສັງຄົມ, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ເພີ່ມທະວີວຽກງານຖະແຫຼງຂ່າວ ແລະ ສື່ສານ.

ຕອບກັບ

ຂ່າວ/ບົດ​ອື່ນ