ສຸມ​ໃສ່​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ໃນ​ຊຸມ​ເດືອນ​ທ້າຍ​ປີ

(VOVWORLD) - ຕາມກະຊວງຖະແຫຼງຂ່າວ ແລະ ການສື່ສານແລ້ວ, ໃນ 6 ເດືອນທ້າຍປີ 2024, ກະຊວງຖະແຫຼງຂ່າວ ແລະ ການສື່ສານຈະສຸມໃສ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ.
ສຸມ​ໃສ່​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ໃນ​ຊຸມ​ເດືອນ​ທ້າຍ​ປີ - ảnh 1ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ແລະ ການສື່ສານໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2024 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 29 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ເນັ້ນໜັກວ່າ ໜ້າທີ່ນັບແຕ່ປັດຈຸບັນຮອດທ້າຍປີ ແມ່ນສຸມໃສ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສ້າງສັງຄົມດີຈີຕອນ. ບົດລາຍງານສະຫຼຸບຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານໃຫ້ຮູ້ວ່າໃນ 6 ເດືອນທ້າຍປີ 2024, ລາຍຮັບທົ່ວຂະແໜງຖະແຫຼງຂ່າວ ແລະ ການສື່ສານບັນລຸກ່ວາ 2ລ້ານຕື້ດົ່ງ, ເທົ່າກັບ 79 ຕື້ USD, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ຄາດວ່າບັນລຸ 50% ແຜນການປີ 2024. ໄລ່ຮອດ ເດືອນມິຖຸນາປີ 2024, ຍອດຈຳນວນແຮງງານທົ່ວຂະແໜງບັນລຸກ່ວາ 1,5 ລ້ານຄົນ, ເພີ່ມຂຶ້ນ 1,3%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ຕາມກະຊວງຖະແຫຼງຂ່າວ ແລະ ການສື່ສານແລ້ວ, 6 ເດືອນທ້າຍປີ 2024, ກະຊວງຖະແຫຼງຂ່າວ ແລະ ການສື່ສານຈະສຸມໃສ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ