ສຸມໃສ່ຍູ້ແຮງການຮັກສາ,ເສີມຂະຫຍາຍບັນດາຄຸນຄ່າດີງາມຂອງວັດທະນະທຳປະເທດຊາດ

ສຸມໃສ່ຍູ້ແຮງການຮັກສາ,ເສີມຂະຫຍາຍບັນດາຄຸນຄ່າດີງາມຂອງວັດທະນະທຳປະເທດຊາດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​​ເຂົ້າ​ຮ່ວມ​ພິທີ​
(ພາບ: TTXVN)

(vovworld) – ​ ​ ຕອນ​ຄ່ຳ​ວັນ​ທີ 16/04, ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ (ຮ່າ​ໂນ້ຍ), ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​​ເຂົ້າ​ຮ່ວມ​ພິທີ​ໄຂ​ບັນດາ​ການ​ເຄື່ອນ​ໄຫວຂ່ຳນັບ​ຮັບ​ຕ້ອນ​ວັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ປີ 2016. ກ່າວ​ຄຳ​ເຫັນ​ທີ​ພິ​ໄຂ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ລັດຖະບານ​ຕັດສິນ ນັບ​ແຕ່​ປີ 2009 ເປັນຕົ້ນໄປຈະຖື​ເອົາ​ວັນ​ທີ 19/04 ທຸກ​ປີ ​​ເປັນ​ວັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ, ​ເພີ່ມ​ທະວີ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບ​ສ່ວນ​ສຶກສາມູນ​ເຊື້ອ​ຮັກ​ຊາດ, ກຸສົນ, ຮັກ​ແພງ​ມະນຸດ, ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບປະ​ເທດ​ ຫວຽດນາມ ວິລະ​ຊົນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃຫ້​ຮູ້​ວ່າ:

        “​ວັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ພວມ​ແຜ່​ຂະຫຍາຍ​ເທື່ອ​ລະ​ກ້າວ ​ແລະ ຊຶມ​ເລິກ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ ຫວຽດນາມ, ກາຍ​ເປັນ​ວັນ​ບຸນ​ຢ່າງ​ແທດ​ຈິງ ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ພົບ​ປະ, ​ແລກປ່ຽນ, ພ້ອມ​ກັນ ​ເຊື່ອມ​ຕົວ​ໃນ​ບັນດາ​ງານ​ບຸນ​ທີ່​ເປັນມູນ​ເຊື້ອ, ຜ່ານ​ນັ້ນ ປະກອບສ່ວນ​ແນະນຳ ​ແລະ ​ເຊີດຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ, ​ເຮັດ​ໃຫ້​ຊີວິດ​ ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ ຫວຽດນາມ ອຸ​ດົມ​ສົມບຸນ​ຕື່ມ​ອີກ. ມໍລະ​ດົກວັດທະນະທຳທີ່​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​ຫລາຍ​​ແຫ່ງ​ໄດ້​ຮັບ​ການອະນຸລັກ​ຮັກ​ສາ, ບູລະນະ; ຮີດຄອງ​ປະ​ເພນີ​ຫລາຍ​ຢ່າງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ໄດ້​ຮັບ​ການ​ຄົ້ນ​ຄວ້າ, ຮຽບຮຽງ ​ແລະ ຟື້ນ​ຟູ. ບັນດາ​ການ​ເຄື່ອນ​ໄຫວ, ວຽກງານ​ອັນ​ແທດ​ຈິງ, ມີ​ຄວາມ​ໝາຍ​ກ່ຽວ​ກັບ​ການບູລະນະ, ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ​ທີ່ຕິດ​ພັນກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ລົບລ້າງຄວາມ​ອຶດຫິວ​, ຫລຸດ​ຜ່ອນ​ຄວາມທຸກ​ຫຍາ​ກ…ຂອງ​ທຸກຂັ້ນ, ທຸກຂະ​ແໜງການ, ປະຊາຊົນທຸກ​ຊັ້ນ​ວັນນະ ​ໄດ້​ປະກອບສ່ວນ​ຢັ້ງຢືນພະລັງ​ຊີວິດ, ຄວາມ​ຍືນ​ຍົງ​ຄົງ​ຕົວ​ຂອງ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ”.

ຂ່າວ/ບົດ​ອື່ນ