ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ,ພັດທະນາກະສິກຳອຸດສາຫະກຳສູງ

 

ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ,ພັດທະນາກະສິກຳອຸດສາຫະກຳສູງ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທ່​ືອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຊຸດ​ທີ 14
ພາບ:internet

(vovworld)- ​​​​ວັນ​ທີ 2/11, ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທ່​ືອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ມີ​ສະ​ມາ​ຊ​ິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ຄົນ ໄດ້​ສະ​ເຫນີ ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສືບ​ຕໍ່​ສຳ​ຫລວດກວດ​ກາ ແລະ ປະ​ຕິ​ຮູບ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ ເພື່ອ​ຕອບ​ສະ​ຫນອງ​ສະ​ພາບ​ການ​ເຊື່ອມ​ໂຍງ. ພິ​ເສດ ຕ້ອງ​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ນຳ​ມາ​ເຊິ່ງ​ອິດ​ທິ​ພົນ​ຊື່​ສຽງ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ. ທ່ານ ຫງວຽນ​ບາ​ເຊີນ, ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ດາ​ຫນັງ ສະ​ເຫນີ​ວ່າ:

        “ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ ເພີ່​ມ​ທະ​ວີ​ສຽງ​ເວົ້າ ແລະ ລະ​ດັບ​ການ​ເຂົ້າ​ຮ່ວມ​ຂອງ​ເຂດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ, ພິ​ເສດ​ແມ່ນ​ນະ​ໂຍ​ບາຍ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ສິດ​ຜົນ​ປະ​ໂຫຍດ ແລະ ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ.”

ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ອະ​ພິ​ປາຍ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ ເສດ​ຖະ​ກິດ ສັງ​ຄົມ. ເມື່ອ​ອະ​ພິ​ປາຍ​ກ່ຽວ​ກັບ​ຂົງ​ເຂດ​ກະ​ສິ​ກຳ, ກໍ​ແມ່ນ​ຂົງ​ເຂດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ສຸດ​ຈາກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໃນ​ວັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ ສັງ​ຄົມ ໃນ​ວັນ​ທີ 2/11, ທ່ານ ຫງວຽນ​ຊວນ​ເກື່ອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ເຕື້ອງ​ເຖິງ​ບັນ​ຫາ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ເກື່ອງ​ແລ້ວ, ພາຍ​ຫລັງ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່, ປະ​ຈຸ​ບັນ ມີ​ການ​ຫັນ​ປ່ຽນ​ໃນ​ການ​ຮັບ​ຮູ້​ຢູ່​ທ້ອງ​ຖິ່ນ, ຊາວ​ກະ​ສິ​ກອນ ແລະ ວິ​ສາ​ຫະ​ກິດ. ບາງ​ຂະ​ແຫນງ​ອາ​ຊີບ​ໃຫຍ່ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ສາ​ມາ​ດ​ເຊື່ອມ​ໂຍງ​ໄດ້. ມີ​ວິ​ສາ​ຫະ​ກິດ​​ໃຫຍ່ຫລາຍ​ແຫ່ງໄດ້​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່​ໄດ້​ຮັບ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ.

ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທີ່​ດິນ, ທ່ານ ເຈີນ​ຮົ່ງ​ຮ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໃຫ້​ຮູ້​ວ່າ​:

        “ກ​ະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຈະ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທີ​ການ ເພື່ອ​ຫັນ​ການ​ນຳ​ໃຊ້​ທີ່​ດິນ​ໃຫ້​ທັນ​ສະ​ໄຫມ ບົນ​ພື້ນ​ຖານ​ສຳ​ຜັດ​ກັບ​ກົນ​ໄກ​ຕະ​ຫລາດ, ນະ​ໂຍ​ບາຍ​ຄົບ​ຊຸດ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ.”

ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳ, ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ຮົ່ງ​ຮ່າ ໃຫ້​ຮູ້​ວ່າ: ຈະ​ສຸມ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນ​ໃນ​ພາກ​ພື້ນ ເພື່ອ​ຂຸດ​ຄົ້ນ​ແຫລ່ງ​ນ້ຳ​ໃຫ້​ເໝ​າ​ະ​ສົມ, ຄົ້ນ​ຄ້​ວາ​ແຜນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ​ຄື ພິ​ຈາ​ລະ​ນາ​ຄືນ​ການ​ວາງ​ແຜນ​ກຳ​ນົດ​ໃນ​ການ​ຂຸດ​ຄົ້ນ​ນຳ​ໃຊ້​ແຫລ່ງ​ນ້ຳ.


ຕອບກັບ

ຂ່າວ/ບົດ​ອື່ນ